

ໃນຕອນບ່າຍຂອງວັນທີ 23 ຕຸລາ 2026 ນີ້ , ທີ່ຫ້ອງການສາທາລະນະສຸກເມືອງ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າຕ້ອງຫ້າມລັກລອບນຳເຂົ້າ, ສິນຄ້າປົນເປື້ອນສານຟໍມາລີນ (Formalin) ແລະ ຢາຊຸມທີ່ວາງຂາຍບໍ່ຖືກຕ້ອງຕາມລະບຽບການ ທີ່ໄດ້ຈາກການລົງກວດກາຮ້ານຄ້າໃນ 13 ບ້ານເທດສະບານເມືອງ. ພິທີດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ບຸນສົງ ລາດຊະວົງ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຊຊ ນາງ ແສງເພັດ ແກ້ວປະເສີດ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ພ້ອມດ້ວຍຕາແສງ ແລະ ນາຍບ້ານໃນເທດສະບານເຂົ້າຮ່ວມ ເປັນສັກຂີພະຍານ.
ໃນພິທີ ທ່ານ ຊຊ ນ ແສງເພັດແກ້ວປະເສີດ ໄດ້ຜ່ານບົດລາຍງານສະແດງໃຫ້ເຫັນຜົນການລົງກວດກາຮ້ານຂາຍເຄື່ອງຍ່ອຍ ແລະ ຂາຍສົ່ງ ຢູ່ໃນ 13 ບ້ານເທດສະບານ ເຊິ່ງມີລາຍລະອຽດດັ່ງນີ້: ຈຳນວນຮ້ານທີ່ກວດກາທັງໝົດ 194 ຮ້ານ (ໃນນີ້ມີຮ້ານເປີດໃໝ່ 119 ຮ້ານ) ແລະ ຮ້ານຂາຍອາຫານທະເລ 11 ຮ້ານ (ເປີດໃໝ່ 2 ຮ້ານ), ຮ້ານທີ່ພົບສິນຄ້າໝົດອາຍຸ 101 ຮ້ານ. ພ້ອມທັງຍຶດສິນຄ້າສ້າງບົດບັນທຶກກ່າວເຕືອນ ຄັ້ງທີ 1 ຈຳນວນ 50 ຮ້ານ, ສ້າງບົດບັນທຶກ ຄັ້ງທີ 2 ຈຳນວນ 51 ຮ້ານ ລວມມູນຄ່າທັງໝົດ 94,498,000 ກີບ ປະກອບມີ: ສິນຄ້າໝົດອາຍຸ ແລະ ທົ່ວໄປ 519 ລາຍການ, ສິນຄ້າຕ້ອງຫ້າມລັກລອບນຳເຂົ້າ ເຄື່ອງດື່ມມີສານສະກັດຈາກໃບກະທ່ອມ 1 ລາຍການ ຈຳນວນ 731 ຕຸກ, ຄິດເປັນມູນຄ່າ 18,425,000 ກີບ, ສິນຄ້າປົນເປື້ອນສານຟໍມາລີນ 4 ລາຍການ, ມູນຄ່າ 1,950,000 ກີບ, ຢາປິ່ນປົວພະຍາດທີ່ວາງຂາຍໂດຍບໍ່ໄດ້ຮັບອະນຸຍາດ ຈາກກະຊວງສາທາລະນະສຸກ 239 ລາຍການ, ມູນຄ່າ 26,931,000 ກີບ.
ການຈັດພິທີທຳລາຍສິນຄ້າໃນຄັ້ງນີ້ ກໍເພື່ອເປັນການປົກປ້ອງສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນຜູ້ບໍລິໂພກ, ພ້ອມທັງເປັນການກວດກາ ແລະ ຕັກເຕືອນບັນດາຮ້ານຄ້າຕ່າງໆ ໃຫ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດໃນຕໍ່ໜ້າ.