ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ມອບແນວພັນພືດ-ສັດ ແລະ ອຸປະກອນການຜະລິດ ໃຫ້ປະຊາຊົນບ້ານຫ້ວຍຕໍ

ໃນວັນທີ 21 ຕຸລາ 2026 ນີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ພາກເໜືອ ໃຫ້ປະຊາຊົນບ້ານຫ້ວຍຕໍ. ໂດຍການເປັນກຽດມອບຂອງ ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ທຶນທີ່ໄດ້ຮັບການສະໜັບສະໜູນໃນຄັ້ງນີ້, ມີມູນຄ່າລວມທັງໝົດ 287 ລ້ານກວ່າກີບ, ເຊິ່ງໄດ້ຈັດແບ່ງເຂົ້າໃນກິດຈະກຳສົ່ງເສີມການຜະລິດດ້ານຕ່າງໆ ດັ່ງນີ້: ກິດຈະກຳສົ່ງເສີມການລ້ຽງສັດ ມີ ການລ້ຽງເປັດ-ໄກ່: ຊ່ວຍເຫຼືອ 25 ຄອບຄົວ (ມີ 157 ຄົນ, ຍິງ 69 ຄົນ), ໄດ້ຮັບເປັດ-ໄກ່ 1,950 ໂຕ, ຕາໜ່າງ 100 ກໍ້, ຫົວອາຫານ 50 ເປົາ ແລະ ອຸປະກອນຮັກສາສຸຂະພາບສັດ 25 ຊຸດ ແລະ ການລ້ຽງປາ ແລະ ກົບ: ຊ່ວຍເຫຼືອ 7 ຄອບຄົວ (ມີ 49 ຄົນ, ຍິງ 21 ຄົນ), ໄດ້ຮັບລູກປາ 140 ຖົງ, ລູກກົບ 875 ໂຕ ແລະ ຫົວອາຫານ 7 ເປົາ. ກິດຈະກຳສົ່ງເສີມການປູກພືດ ມີການປູກຜັກໃນເຮືອນຮົ່ມ: ຊ່ວຍເຫຼືອ 13 ຄອບຄົວ (ມີ 78 ຄົນ, ຍິງ 31 ຄົນ), ໄດ້ຮັບແນວພັນຜັກ 418 ຊອງ, ປຸ໋ຍ 26 ເປົາ, ຜ້າກັນແສງ 26 ກໍ້ ແລະ ທໍ່ຢາງ 13 ໂຄ້ງ ແລະ ການປູກໄມ້ໃຫ້ໝາກ ແລະ ເບ້ຍໄມ້: ຊ່ວຍເຫຼືອ 26 ຄອບຄົວ (ມີ 112 ຄົນ, ຍິງ 81 ຄົນ), ໄດ້ຮັບໄມ້ໃຫ້ໝາກ 640 ຕົ້ນ ແລະ ເບ້ຍໄມ້ 544 ຕົ້ນ. ກິດຈະກຳປັບປຸງພື້ນຖານໂຄງລ່າງຂະໜາດນ້ອຍ ມີການປັບປຸງທົ່ງຫຍ້າລ້ຽງສັດ: ຊ່ວຍເຫຼືອ 26 ຄອບຄົວ (ມີ 182 ຄົນ, ຍິງ 95 ຄົນ), ໄດ້ຮັບລວດໜາມ 156 ກໍ້ ແລະ ເຫຼັກຕະປູ 130 ກິໂລກຼາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa