

ກອງປະຊຸມວຽກງານກວດກາ 5 ປີ 2021-2025 ທົ່ວເມືອງຊຽງຮ່ອນແຂວງໄຊຍະບູລີ ໄດ້ອັດລົງຢ່າງເປັນທາງການ ໃນວັນທີ 21 ຕຸລາ 2026 ນີ້, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 1 ວັນ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ມີສະຫາຍ ໜູໄຊ ນໍກີຢາ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກວດກາພັກແຂວງ, ຮອງປະທານອົງການກວດກາລັດແຂວງ, ສະຫາຍ ບີ ທໍ່ ກໍາມະການປະຈໍາພັກເມືອງ, ປະທານຄະນະກວດກາພັກເມືອງ, ປະທານອົງການກວດກາລັດເມືອງ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ອົງຄະນະພັກຕາແສງ, ເລຂາ-ຮອງເລຂາໜ່ວຍພັກ ສໍານັກງານ-ອົງການ, ກົມກອງ, ໂຮງຮຽນໃນທົ່ວເມືອງ ເຂົ້າຮ່ວມ.
ກອງປະຊຸມໄດ້ບົດສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານກວດກາໃນໄລຍະ 5 ປີ (2021-2025)ແລະວາງທິດທາງແຜນການ 5 ປີຕໍ່ໜ້າ 2026-2030 ປະຈຸບັນທົົ່ວເມືອງ ມີ 9ຄະນະພັກຮາກຖານ ທຽບໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງ ເພີ່ມຂຶ້ນ 4ຄະນະພັກຮາກຖານ,ເທົົ່າກັບ 80 % ໃນນີ້: ມີ 4 ຄະນະພັກຮາກຖານສໍານັກງານອົງການ, ກົມກອງ ແລະ ມີ 5 ຄະນະພັກຮາກຖານຕາແສງ; ມີ 98 ໜ່ວຍພັກ; ມີສະມາຊິກທັງໝົດ 1,511 ສະຫາຍ, ຍິງ 433 ສະຫາຍ. ໄດ້ດໍາເນີນການກວດກາຕີລາຄາແບ່ງປະເພດ ຄະນະພັກຮາກຖານທັງໝົດ 5 ຄະນະພັກຮາກຖານ ໄດ້ປະເພດປອດໃສ, ເຂັ້ມແຂງ, ໜັກແໜ້ນ 5 ຄະນະພັກຮາກຖານ;ໜ່ວຍພັກທັງໝົດ 92 ໜ່ວຍພັກ ໃນນີ້: ໄດ້ປະເພດໜ່ວຍພັກປອດໃສ, ເຂັັ້ມແຂງ,ໜັກແໜ້ນ 75ໜ່ວຍພັກ, ເທົົ່າກັບ81,52 %, ໜ່ວຍພັກແຂງ 5 ໜ່ວຍພັກ ເທົ່າກັບ 5,43%, ໜ່ວຍພັກກາງ 11ໜ່ວຍພັກ, ເທົົ່າກັບ 11,95%, ແລະ ບໍໍ່ແບ່ງ 1ໜ່ວຍພັກ, ເທົົ່າກັບ 1,08%; ສະມາຊິກພັກຖືກກວດກາທັງໝົດ 1.511ສະຫາຍ, ຍິງ 433ສະຫາຍ; ສໍາຮອງ 39ສະຫາຍ, ຍິງ13ສະຫາຍ; ຜ່ານການກວດກາຕີລາຄາແບ່ງປະເພດສະມາຊິກພັກ ໄດ້ປະເພດແຂງ 1.395ສະຫາຍ, ຍິງ 412ສະຫາຍ, ເທົົ່າກັບ 92,32%; ປະເພດກາງ 59ສະຫາຍ, ຍິງ 6ສະຫາຍ, ເທົົ່າກັບ 3,90%; ບໍໍ່ແບ່ງ 57ສະຫາຍ, ຍິງ15ສະຫາຍ, ເທົົ່າກັບ 3,77%. ໃນ 5 ປີຜ່ານມາໄດ້ພົບເຫັນກໍລະນີຄະນະພັກ, ສະມາຊິກພັກ ມີທັງໝົດ 5ກໍລະນີ, ມີ 14ສະຫາຍ, ຍິງ 2ສະຫາຍ ໃນນີ້: ລະເມີດກົດລະບຽບພັກ 5 ສະຫາຍ, ພົວພັນສັງຄົມຊູ້ສາວ 6 ສະຫາຍ, ຍິງ 2 ສະຫາຍ, ພົວພັນຢາເສບຕິດ 1 ສະຫາຍ, ລະເມີດກົດໝາຍທີ່ດິນ 1 ສະຫາຍ; ໂຈະຮ່ວມຊີວິດ 6 ສະຫາຍ, ຍິງ 2 ສະຫາຍ, ເອົາອອກຈາກພັກ 8 ສະຫາຍ. ອົງການກວດກາລັດເມືອງໄດ້ລົງສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ ດໍາເນີນການຕິດຕາມ-ກວດກາຕາມແຜນປົກກະຕິ, ກວດກາຕາມຄຳສັ່ງ ແລະກວດກາຕາມມະຕິສະພາແຫ່ງຊາດ, ສະພາປະຊາຊົນແຂວງມີທັງໝົດ 156 ໂຄງການ, ມູນຄ່າ 425,76 ຕື້ກີບ ທຽບໃສ່ແຜນການ 5 ປີ ລື່ນແຜນ 99,7%.ໃນນີ້: ຕິດຕາມ-ກວດກາໂຄງການລົງທຶນຂອງລັດທີ່ສະພາອະນຸມັດຢູ່ພາຍໃນເມືອງຈໍານວນ 30 ໂຄງການ, ມູນຄ່າ 64,51ຕື້ກີບ. ຕິດຕາມ-ກວດກາການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ຈຳນວນ 14 ໂຄງການ ມູນຄ່າ 49,3 ຕື້ກີບ ໂດຍສົມທົບກັບຄະນະກໍາມະການຂອງເມືອງລົງກວດກາ, ແກ້ໄຂການຖາງປ່າ ເພື່ອທໍາການຜະລິດນອກຂອບເຂດອະນຸຍາດໄດ້ທັງໝົດ 22 ບ້ານ, 289 ຄອບຄົວ ຈໍານວນ341,36 ເຮັກຕາ ລວມມູນຄ່າເສຍຫາຍທັງໝົດ 716.856.000 ກີບ. ໄດ້ລົງກວດກາສິນຄ້າໝົດອາຍຸ ແລະ ສິນຄ້າເກືອດຫ້າມ ນຳຂະແໜງການທີ່ກ່ຽວຂ້ອງພາຍໃນເມືອງໄດ້ທັງໝົດ 83 ຮ້ານ, ພົບເຫັນສິນຄ້າໝົດອາຍຸຫຼາຍລາຍການຄິດເປັນມູນຄ່າ 60,800,000 ກີບ ແລະ ໄດ້ເກັບເອົາສິນຄ້າທີ່ໝົດອາຍຸໄປທໍາລາຍຖີ້ມຕາມລະບຽບການ.ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງສືບສວນ-ສອບສວນແກ້ໄຂໄກ່ເກ່ຍຄະດີຕ່າງໆໃຫ້ມີຄວາມຍຸດຕິທຳ ສອດຄ່ອງກັບລະບຽບກົດໝາຍ ໄດ້ຈຳນວນ 17 ເລື່ອງໄດ້ແກ້ໄຂສຳເລັດແລ້ວ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນຕີລາຄາ ແລະ ປະກອບຄຳຄິດຄໍາເຫັນຕໍ່ກັບການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະຜ່າມາ ແລະ ຍັງໄດ້ຮັບຟັງການເຜີອແຜ່ນິຕິກຳປິ່ນອ້ອມຂອງວຽກງານກວດກາ. ໃນຕອນທ້າຍກອງປະຊຸມ, ສະຫາຍ ໜູໄຊ ນໍກີຢາ ຮອງປະທານຄະນະກວດກາແຂວງ ແລະ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນຕື່ມອິກ.