ເມືອງແກ່ນທ້າວ ຈັດພິທີປາຖະກະຖາ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ

ໃນຕອນເຊົ້າວັນທີ 19 ຕຸລາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ໄດ້ຈັດພິທີປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026) ແລະ ວັນສ້າງຕັ້ງການທູດລາວ (12 ຕຸລາ 1945-12 ຕຸລາ 2026) ຄົບຮອບ 81 ປີ ຂຶ້ນ.ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ປະທານຕາແສງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ນາຍບ້ານເທດສະບານເມືອງ ເຂົ້າຮ່ວມ 100 ກວ່າຄົນ.

ໃນພິທີ, ທ່ານ ສີຄານ ແກ່ນມະນີ ໄດ້ໃຫ້ກຽດປາຖະກະຖາ 2 ວັນສໍາຄັນດັ່ງກ່າວ ເຊິ່ງທ່ານໄດ້ກ່າວວ່າ: ວັນທີ 12 ຕຸລາ 1945 ເປັນເຫດການປະຫວັດສາດສຳຄັນຍິ່ງຂອງຊາດລາວເຮົາ ທີ່ມີການໂຮມຊຸມນຸມໃຫຍ່ທີ່ສະໜາມກິລາແຫ່ງຊາດ ໂດຍມີມວນຊົນເຂົ້າຮ່ວມກວ່າ 2 ໝື່ນກວ່າຄົນ; ເຊິ່ງລັດຖະບານລາວອິດສະຫຼະ ໄດ້ເປັນຕົວແທນວົງຄະນະຍາດແຫ່ງຊາດ ປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກຢ່າງເປັນທາງການ ພ້ອມທັງປະກາດໂຮມແຜ່ນດິນລາວໃຫ້ເປັນເອກະພາບ. ພ້ອມດຽວກັນນັ້ນ, ກໍໄດ້ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກສັນຍາທີ່ລາວ ໄດ້ເຊັນກັບຝຣັ່ງ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ ແລະ ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີ ສະເດັດເຈົ້າສຸພານຸວົງ ເປັນລັດຖະມົນຕີວ່າການກະຊວງການຕ່າງປະທານ ແລະ ຕໍ່ມາໄດ້ດຳລົງຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດ. ພ້ອມທັງ, ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການສ້າງຕັ້ງການທູດລາວ, ຜົນສຳເລັດໃນການເປີດກວ້າງການພົວພັນຮ່ວມມືສາກົນຂອງ ສປປ ລາວ ແລະ ຊີ້ໃຫ້ເຫັນບາງຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການເຄື່ອນໄຫວວຽກງານການຕ່າງປະທານໃນໄລຍະຜ່ານມາ.

ພິທີປາຖະກະຖາຄັ້ງນີ້, ເພື່ອເປັນການລະນຶກເຖິງວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ 12 ຕຸລາ ເຊິ່ງເປັນວັນທີ່ມີຄວາມໝາຍປະຫວັດສາດໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ເພື່ອຍາດເອົາເອກະລາດ, ອິດສະຫຼະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ. ພ້ອມທັງ, ເປັນການໂຄສະນາສຶກສາອົບຮົມໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ມູນເຊື້ອຮັກຊາດ, ນ້ຳໃຈພິລະອາດຫານ, ບໍ່ຍອມຈຳນົນ ແລະ ຄວາມເສຍສະຫຼະອັນສູງສົ່ງຂອງບັນດາຜູ້ນຳ, ນັກຮົບປະຕິວັດ ແລະ ວິລະຊົນແຫ່ງຊາດ; ເພື່ອສ້າງຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງອິດທິກຳລັງປໍລະປັກ ແລະ ນຳເອົາມູນເຊື້ອອັນດີງາມດັ່ງກ່າວ ມາໝູນໃຊ້ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນສຳເລັດສູງສຸດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa