

ໃນວັນທີ່ 18 ຕຸລາ 2026 ນີ້ ກອງບັນຊາການທະຫານເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດຕັ້ງປະຕິບັດຍິງລູກປືນແທ້ ແລະ ປິດອົບຮົມ ຫັດແອບ ປະຈຳປີ 2026 ຢ່າງເປັນທາງການ ຢູ່ທີ່ສະໜາມຍິງປືນ ຂອງກອງບັນຊາການທະຫານເມືອງ ໂດຍໃຫ້ກຽດເປັນເຂົ້າຮ່ວມຂອງ ສະຫາຍ ພັອ ສົມດີ ໄຊຍະລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ ປ້ອງກັນຄວາມສະຫງົບເມືອງສະຫາຍ ພັທ ເສິກ ໄຊຍະພອນ ຮອງຫົວໜ້າຫ້ອງ ເສນາທິການກອງບັນຊາການທະຫານແຂວງ ພ້ອມດ້ວຍທິມງານ ຂອງແຂວງ ມີຄະນະພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະພັກ-ຄະນະບັນຊາ ແຂກຖືກເຊີນ ຕະຫລອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັທ ວົງໄຊ ພອນປານີ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງທົ່ງມີໄຊ ໄດ້ຂື້ນຜ່ານ ບົດສະຫລຸບ ການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພາລາທິການເຕັກນິກ ປະຈໍາປີ 2026 ວ່າ: ການອົບ ຮົມ-ຫັດແອບ ຄັ້ງນີ້: ແມ່ນໄດ້ທົບທວນຄືນທາງດ້ານສິນລະປະຍຸດ, ຍຸດທະວິທີ ແລະ ການນໍາໃຊ້ ອາວຸດ, ລູກກະສູນໃຫ້ຄ່ອງແຄ້ວ ຂອງວິຊາການທະຫານ ແລະ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ເພື່ອຍົກ ສູງ ຄວາມຮູ້, ຄວາມສາມາດ ແລະ ຮັບປະກັນໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ຕາມຄວາມຮັບຜິດຊອບ, ເຊິ່ງຜ່ານການຝຶກອົບຮົມ-ຫັດແອບຕົວຈິງ ສາມາດບັນລຸໄດ້ ຕາມຄາດໝາຍທີ່ວາງໄວ້ຄື: ດ້ານການເມືອງ ປະຕິບັດໄດ້ 90%, ວຽກງານພະລາທິການ ແລະ ເຕັັກນິກປະຕິບັດໄດ້ 82%, ດ້ານວຽກງານເສນາປະຕິບັດໄດ້ 85%, ດ້ານວຽກງານລະບຽບ – ງົດງາມ 83% ແລະ ວຽກງານ ສິນລະປະຍຸດທະຫານຮາບ ປະຕິບັດໄດ້ 92,5%; ຜົນໄດ້ຮັບການ ຍິງລູກປືນແທ້ ຂັ້ນເກັ່ງ 1 ສະຫາຍ, ດີ 20, ຄາດໝາຍ 45ສະຫາຍ.
ໂອກາດນີ້ຕອນທ້າຍຂອງພິທີ ສະຫາຍ ພັທ ເສີກ ໄຊຍະພອນ ຮອງຫົວໜ້າຫ້ອງ ເສນາທິການກອງບັນຊາການທະຫານແຂວງໄຊຍະບູລີ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄູອາຈານ ພະນັກງານ-ນັກຮົບ ນັກຍີງແຕ່ລະເລກ ທີເອົາໃຈໃສ່ຕໍ່ການຝືກແອບຮຳຮຽນ ກຳແໜ້ນທິດສະດີຫຼັກການໄດ້ດີ ເຮັດສຳເລັດຕາມແຜນການ ແລະ ຮັບປະກັນຄວາມປອດໄພໄດ້100%. ພ້ອມທັງຮຽກຮ້ອງໃຫ້ ຄູ-ອາຈານ ພະນັກງານ-ນັກຮົບ ໃຫ້ເອົາໃຈໃສ່ຍົກສູງຕໍ່ການຮຽນ-ການສອນ ກຳແໜ້ນທິດສະດີຫຼັກການ ການນຳໃຊ້ປືນ,ໃຫ້ມີຄວາມຄ່ອງແຄ້ວວ່ອງໄວ ໃນຍາມຝືກແອບຮໍ່າຮຽນກໍ່ຄືໃນຍາມສູ້ຮົບຕົວຈິງ,ໃຫ້ກຳໄດ້ບັນດາທ່າ,ຈັງຫວະ, ບາດກ້າວໃຫ້ມີຄວາມຊໍານິ ຊໍານານ ເພື່ອນຳໃຊ້ເຂົ້າໃນການສູ້ຮົບຕົວຈິງໃຫ້ໄດ້ຮັບໝາກຜົນສູງ.