

ໃນວັນທີ 28 ຕຸລາ 2026, ທີ່ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ທີ່ ຕາແສງອາດໄຊຍະພູມ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ, ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີທ່ານ ນ. ຄຳໄພ ຕາທິບ ຫົວໜ້າອົງການກາແດງແຂວງ, ຕະຫຼອດຮອດ ທີມງານຈາກສູນກາງ, ແຂວງ, ເມືອງ, ຕາແສງ, ຄູ-ອາຈານ ແລະ ປະຊາຊົນເຂົ້າຮ່ວມ.
ໃນພິທີ, ທ່ານ ເສນ ພັນລັກ ເລຂາພັກເມືອງພຽງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃນໄລຍະ 9 ເດືອນຜ່ານມາ ໃຫ້ຄະນະນຳຮັບຊາບວ່າ: ເມືອງພຽງປະກອບມີ 5 ຕາແສງ, 51 ບ້ານ, ມີ 11.896 ຄອບຄົວ, ພົນລະເມືອງທັງໝົດ 66.771 ຄົນ (ຍິງ 32.511 ຄົນ) ມີ 8 ເຜົ່າອາໄສຢູ່ຮ່ວມກັນ. ຜົນງານໃນດ້ານຕ່າງໆ ພົ້ນດັ່ງນີ້:
- ວຽກງານການເມືອງ-ແນວຄິດ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ຕຳຫຼວດ ແລະ ປະຊາຊົນ ພ້ອມທັງຈັດປາຖະກະຖາ ວັນສຳຄັນຕ່າງໆ ມີຜູ້ເຂົ້າຮ່ວມລວມ 440 ເທື່ອຄົນ.
- ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສັງຄົມມີຄວາມສະຫງົບໂດຍພື້ນຖານ, ແກ້ໄຂປະກົດການຫຍໍ້ທໍ້ໄດ້ 33 ລາຍ (ຄະດີຢາເສບຕິດ 33 ລາຍ), ເກັບກູ້ຢາບ້າໄດ້ 922 ເມັດ, ກັກຕົວຜູ້ກະຳຜິດໄດ້ 310 ຄົນ. ເກີດອຸບັດຕິເຫດ 19 ຄັ້ງ (ເສຍຊີວິດ 6 ຄົນ) ແລະ ອັກຄີໄພ 2 ຄັ້ງ ເສຍຫາຍປະມານ 150 ລ້ານກວ່າກີບ.
- ວຽກງານເສດຖະກິດ: ສາມາດຍາດງົບປະມານໄດ້ 770 ລ້ານກີບ (ເທົ່າກັບ 111,46% ຂອງແຜນປີ), ມູນຄ່າຈ່າຍປະຈຳໄດ້ 2.672 ລ້ານກີບ. ສາມາດກໍ່ສ້າງທາງ ດ້ວຍການປະກອບສ່ວນຂອງປະຊາຊົນ 14 ບ້ານ, ລວງຍາວ 3.087 ແມັດ ມູນຄ່າ 3 ຕື້ກີບ.
- ວຽກງານວັດທະນະທຳ-ສັງຄົມ: ໄດ້ເປີດກອງປະຊຸມມັ່ນສື່ປຶ້ມປະຈຳປີ 2026, ຈັດສອບເສັງ ແລະ ປັບປຸງຄຸນນະພາບການສຶກສາໃນທຸກລະດັບ, ພ້ອມທັງວຽກງານສາທາລະນະສຸກ ແລະ ການຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພພິບັດຕ່າງໆ.
ໃນຕອນ້ທາຍຂອງພິທີ, ການນຳຂັ້ນສູນກາງ ກໍໄດ້ມີຄຳເຫັນຊີ້ນຳ ແລະ ໄດ້ມອບປັດໄຈເຄື່ອງຊ່ວຍເຫຼືອອຸປະໂພກ, ບໍລິໂພກ ບັນເທົາທຸກໃຫ້ ແກ່ຄອບຄົວປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ. ຄອບຄົວລະ 1.000.000 ກວ່າກີບ. ລວມເປັນເງີນ 50.700.000 ກວ່າກີບ. ຈາກນັ້ນກໍ່ໄດ້ມອບອ່າງລ້າງມື ໃຫ້ໂຮງປະຖົມ 10 ກວ່າ ໂຮງຮຽນ ລວມມູນຄ່າ 10.000.000 ກີບ. ລວມມູນຄ່າຊ່ວຍເຫຼືອໃນຄັ້ງນີ້ ເປັນເງີນທັງໝົດ 60. 700.000 ກ່ວາກີບ. ເພື່ອເປັນການຊ່ວຍເຫຼືອ ແລະ ບັນເທົາຄວາມຫຍຸ້ງຍາກໃນຊີວິດປະຈຳວັນໃນຄັ້ງນີ້ຕື່ມອີກ.