


ງານເທດສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈໍາປີ ພສ 2569, ຄສ 2026 ທີ່ ເມືອງ ໄຊຍະບູລີ ໄດ້ຈັດຂື້ນ ໃນວັນທີ27 ຕຸລາ 2026 ທີ່ທ່າຊ່ວງເຮືອບ້ານ ປົ່ງ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ , ທ່ານ ເພັງນິລັນ ຄໍາພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ,ມີບັນດາທ່ານອາດິດການນໍາຂັ້ນສູນກາງ, ອາດີດການນໍາຂັ້ນແຂວງ-ເມືອງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ຕາງໜ້າ ກົງສູນໃຫຍ່ ສສ ຫວຽດນາມປະຈໍາພາກເໜືອລາວ, ຕາງໜ້າຈັງຫວັດນ່ານ-ຈັງຫວັດ ອຸດຕະລະດິດ(ຣາດສະນາຈັກໄທ) ແລະ ບັນດາທ່ານແຂກທ່ານຍິງ-ທ່ານຊາຍ ທັງພາຍໃນ ແລະ ຕ່າງປະເທດ, ບັນດາທ່ານນັກທຸລະກິດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ນັກກິລາ ສີພາຍເຮືອຊ່ວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ເຂົ້າຮ່ວມດ້ວຍບັນຍາກາດທີ່ຄຶກຄື້ນ.
ທ່ານ ຄຳຫຼ້າ ຜິວວັນນາ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ໄຊຍະບູລີ ໄດ້ໃຫ້ກຽດກ່າວເປີດພິທີ ເຊິ່ງບາງຕອນທ່ານໄດ້ກ່າວວ່າ:ມື້ນີ້ ຄະນະບໍລິຫານງານພັກເມືອງ, ອົງການປົກຄອງເມືອງໄຊຍະບູລີ ສົມທົບກັບຄະນະກຳມະການ ປົກຄອງແຂວງ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງໄຊຍະບູລີ ມີຄວາມພາກພູມໃຈປິຕິຍິນດີ , ຊົມຊື່ນ ເປັນຢ່າງຍິ່ງ ທີ່ໄດ້ຮັບກຽດຕ້ອນຮັບການນໍາພັກ-ລັດ ຂັ້ນສູນກາງ, ຂັ້ນແຂວງ-ເມືອງ, ບັນດາ ນັກທຸລະກິດ, ຜູ້ປະກອບການ-ພໍ່ຄ້າຊາວຂາຍ ແລະ ບັນດາທ່ານແຂກທັງພາຍໃນ ແລະ ຕ່າງປະ ເທດ ທີ່ ໄດ້ນໍາເອົາຄວາມສາມັກຄີ ຄວາມຮັກແພງອັນອົບອຸ່ນ ແລະ ໄມຕີຈິດ ມິດຕະພາບ ມາສູ່ງານ ເທດສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ ພສ 2569 ຄສ 2026 ຢູ່ທີ່ທ່າບ້ານປົ່ງ ເມືອງໄຊຍະບູລີ, ແຂວງໄຊຍະບູລີ ໃນຄັ້ງນີ້.ເພື່ອຮັບປະກັນໃຫ້ງານເທດສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ພສ 2569 ຄສ 2026 ໃນປີນີ້ ມີບັນຍາກາດເບີກບານມ່ວນຊື່ນ ທີ່ເຕັມໄປດ້ວຍຄວາມສາມັກຄີ, ໄມຕີຈິດ, ມິດຕະພາບ ແລະ ຮັກສາໄດ້ມູນເຊື້ອຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຊາວເມືອງ ໄຊຍະບູລີ ຕິດພັນກັບການຮັກສາສິ່ງແວດລ້ອມຕາມທິດຂຽວສະອາດ ງາມຕາ ແລະ ມີຄວາມສະຫງົບ ປອດໄພ ໃນນາມຕາງໜ້າຄະນະກຳມະການຈັດງານບຸນ ຮຽກຮ້ອງມາຍັງບັນດາທ່ານຈົ່ງພ້ອມກັນສ້າງຄວາມສາມັກຄີຮັກແພງກັນ, ພ້ອມກັນຮັກສາຄວາມສະອາດ ສວຍງາມເປັນໜ້າປະທັບໃຈ ແລະ ຄວາມສະຫງົບປອດໄພທຸກປະການ. ສໍາລັບຄະນະກຳມະການຈັດງານແຂ່ງຂັນເຮືອຊ່ວງ ຕະຫຼອດເຖິງນັກກິລາສີພາຍເຮືອຊ່ວງແຕ່ລະຕາແສງ, ບ້ານ ຈົ່ງເຄົາລົບ ແລະ ປະຕິບັດຕາມກົດລະບຽບການແຂ່ງຂັນຢ່າງເຂັ້ມງວດ ຮັບປະກັນໃຫ້ໄດ້ 3 ດ້ານ ຄື: ໄດ້ດ້ານສຸຂະພາບ, ໄດ້ດ້ານ ຄວາມສາມັກຄີ ແລະ ໄດ້ດ້ານບັນຍາກາດ ການແຂ່ງຂັນກິລາຈະໄດ້ ຫຼື ເສຍ ແມ່ນບໍ່ສໍາຄັນ ແຕ່ສິ່ງ ສໍາຄັນແມ່ນເພື່ອສຸຂະພາບ, ມິດ ຕະພາບ ແລະ ນໍາໃຈນັກກິລາ ຢ່າງແທ້ຈິງ.ໃນພິທີທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະ ເລຂາທິການສູນກາງພັກໄດ້ຮ່ວມກັບຄະນະປະທານໃຫ້ກຽດລັ່ນຄ້ອງ9ບາດ,ຕັດແຖບຜ້າ ແລະ ປ່ອຍປາລົງສູ່ແມ່ນຳ້ຮຸ່ງເພຶ່ອເປັນສິລິມຸງຄຸນໃນການເປິດງານເທດສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈໍາປີ ພສ 2569, ຄສ 2026 ທີ່ ເມືອງ ໄຊຍະບູລີຢ່າງເປັນທາງການ.