5ປີວຽກງານຈັດຕັ້ງເມືອງແກ່ນທ້າວ ໄດ້ຮັບການປັບປຸງ ແລະ ມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ (2021-2025) ຢູ່ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIII ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານ, ແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍ, ແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ). ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ). ໃນໄລຍະ 5 ປີຜ່ານມາ ໄດ້ເປີດຮຽນກົດລະບຽບພັກໃຫ້ມະຫາຊົນຜູ້ກ້າວໜ້າ 165 ສະຫາຍ (ຍິງ 59 ສະຫາຍ), ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 188 ສະຫາຍ (ຍິງ 66 ສະຫາຍ), ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ 219 ສະຫາຍ (ຍິງ 90 ສະຫາຍ) ແລະ ສະເໜີຄະນະພັກຂັ້ນເທິງອະນຸມັດໃບຍົກຍ້າຍໃຫ້ສະມາຊິກພັກ 423 ສະຫາຍ (ຍິງ 115 ສະຫາຍ).

ການຈັດຕັ້ງພັກ ແລະ ສະມາຊິກພັກ ໄດ້ຮັບການປັບປຸງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາຢ່າງຕໍ່ເນື່ອງ. ສະເພາະປີ 2025, ໄດ້ປະເມີນຕາມຄຳແນະນຳ ເລກທີ 28/ຄຈສພ ຂອງຄະນະຈັດຕັ້ງສູນກາງພັກ: ໜ່ວຍພັກທີ່ຖືກກວດກາທັງໝົດ 103 ໜ່ວຍ: ໄດ້ນາມມະຍົດ “ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ” 88 ໜ່ວຍ (ເທົ່າກັບ 85%), ໜ່ວຍພັກແຂງ 8 ໜ່ວຍ (7.7%), ໜ່ວຍພັກກາງ 7 ໜ່ວຍ, ແລະ ບໍ່ໄດ້ຈັດປະເພດ 5 ໜ່ວຍ ແລະ  ສະມາຊິກພັກທີ່ຖືກກວດກາທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ): ໄດ້ປະເພດແຂງ 1,413 ສະຫາຍ (ຍິງ 356 ສະຫາຍ), ປະເພດກາງ 11 ສະຫາຍ (ຍິງ 2 ສະຫາຍ), ບໍ່ໄດ້ຈັດປະເພດ 152 ສະຫາຍ (ຍິງ 33 ສະຫາຍ) ແລະ ເສຍທາດ 3 ສະຫາຍ (ຍິງ 3 ສະຫາຍ). ໃນ 5 ປີຜ່ານມາ ມີການລົງວິໄນສະມາຊິກພັກ 33 ສະຫາຍ (ຍິງ 4 ສະຫາຍ) ຈາກ 8 ກໍລະນີ ເຊັ່ນ: ພົວພັນຢາເສບຕິດ (13 ສະຫາຍ), ສວຍໃຊ້ໜ້າທີ່ຕຳແໜ່ງ (7 ສະຫາຍ), ປະລະໜ້າທີ່ (5 ສະຫາຍ), ທຳມິດສະຈານ (3 ສະຫາຍ), ຂາດຮ່ວມຊີວິດພັກ (1 ສະຫາຍ), ລະເມີດກົດໝາຍຈາລາຈອນ (2 ສະຫາຍ), ອາລະວາດຄອບຄົວ (1 ສະຫາຍ), ແລະ ລະເມີດກົດໝາຍອາຍາ (1 ສະຫາຍ).

ທົ່ວເມືອງມີພະນັກງານ-ລັດຖະກອນທັງໝົດ 538 ທ່ານ (ຍິງ 234 ທ່ານ, ບໍ່ລວມກຳລັງປະກອບອາວຸດ), ທຽບໃສ່ 5 ປີຜ່ານມາ ຫຼຸດລົງ 8.81%, ໄດ້ຍົກຍ້າຍພະນັກງານຂັ້ນເມືອງໄປຮັບໜ້າທີ່ໃໝ່ຢູ່ຂັ້ນແຂວງ 2 ທ່ານ, ຂັ້ນເມືອງ 29 ທ່ານ, ໄດ້ສະເໜີປະທານອົງການປົກຄອງເມືອງແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ 63 ທ່ານ (ຍິງ 15 ທ່ານ) ເຊັ່ນ: ຫົວໜ້າຫ້ອງການ 8 ທ່ານ, ຮອງຫົວໜ້າຫ້ອງການ 9 ທ່ານ, ຫົວໜ້າໜ່ວຍງານ 29 ທ່ານ, ແລະ ຮອງຫົວໜ້າໜ່ວຍງານ 17 ທ່ານ. ພ້ອມດຽວກັນນີ້, ຍັງໄດ້ຮັບຮອງການກຳນົດຕຳແໜ່ງງານ ແລ້ວ 14 ຫົວໜ່ວຍ (ເທົ່າກັບ 70% ຂອງທັງໝົດ 20 ຫົວໜ່ວຍ) ແລະ ກຳລັງດຳເນີນການອີກ 6 ຫົວໜ່ວຍ ເພື່ອເປັນບ່ອນອີງໃນການຄັດເລືອກ, ບັນຈຸ, ສັບຊ້ອນ ແລະ ແຕ່ງຕັ້ງພະນັກງານຢ່າງສົມເຫດສົມຜົນ.

ການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ວ່າດ້ວຍການບໍລິການຂອງລັດ ຜ່ານກົນໄກປະຕູດຽວຮອດປີ 2025 ໄດ້ສໍາເລັດການສ້າງຕັ້ງສູນບໍລິການຜ່ານປະຕູດຽວ ເຮັດໃຫ້ການບໍລິຫານ-ຄຸ້ມຄອງລັດ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ ການບໍລິການສະດວກ, ວ່ອງໄວ, ໂປ່ງໃສ, ສະເໝີພາບ, ທັນສະໄໝ, ການເກັບລາຍຮັບເພີ່ມຂຶ້ນ ແລະ ສ້າງຄວາມເພິ່ງພໍໃຈໃຫ້ຜູ້ໃຊ້ບໍລິການ.

ການສ້າງເມືອງເຂັ້ມແຂງ ແລະ ບ້ານພັດທະນາ: ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ (5 ດ້ານ 47 ຕົວຊີ້ບອກ): ບັນລຸໄດ້ 94% ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (4 ດ້ານ 30 ຕົວຊີ້ບອກ): ບັນລຸໄດ້ 41 ບ້ານ (ເທົ່າກັບ 87%), ສ່ວນອີກ 6 ບ້ານ (12.76%) ພວມສືບຕໍ່ດຳເນີນການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa