

ໃນຕອນເຊົ້າ ເວລາ 8 ໂມງ 00 ນາທີ ຂອງວັນທີ 29 ຕຸລາ 2026 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ສໍາເລັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ 5 ປີ ( 2020-2024) ຢ່າງເປັນທາງການ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 1 ວັນເຕັມ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພອນສະຫວັນ ໄຊສົມພັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ແສງຈັນ ກິນດາລາ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ເລຂາອົງຄະນະພັກຕາແສງ 3 ຕາແສງ, ພະນັກງານທີ່ກ່ຽວຂອ້ງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ສະຫາຍ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ ໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ແສງຈັນ ກິນດາລາ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຈັດຕັ້ງ ປະຈໍາ 5 ປີ 2020-2024 ແລະ ທິດທາງແຜນການ 2025-2029, ລາຍງານສະພາບການສ້າງຕັ້ງຕາແສງພາຍໃນເມືອງ, ຮ່າງລາຍງານຕີລາຄາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ປະຈໍາ 5 ປີ 2020-2024 ແລະ ທິດທາງແຜນການ ປີ 2025-2029. ຈາກນັ້ນປະທານກອງປະຊຸມກໍ່ໄດ້ມີຄໍາເຫັນເຈາະຈີ້ມຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມນັ້ນບັນດາຜູ້ແທນກອງປະຊຸມກໍ່ໄດ້ມີການພັດປ່ຽນກັນຂື້ນປະກອບຄໍາຄິດ-ເຫັນ ຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ເພື່ອຄວາມເປັນເອກະພາບຕໍ່ກັບຮ່າງບົດສະຫຼຸບ ເພື່ອຊອກໃຫ້ເຫັນໄດ້ບັນຫາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນການຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງຫົວໜ້າ, ຮອງຫົວໜ້າຫ້ອງການ, ສະມາຊິກພັກ-ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ທີ່ຂື້ນກັບອົງການປົກຄອງເມືອງ, ການສຶກສາອົບຮົມແນວຄິດໃຫ້ແກ່ພະນັກງານ-ລັດຖະກອນໃນທົ່ວເມືອງ, ວຽກພັດທະນາຊົນນະບົດຮອບດ້ານ, ການໂຄສະນາເຜີຍແຜ່ກົດໝາຍເພື່ອແນໃສ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ນອກນັ້ນຍັງໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026 ກ່ຽວກັບການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ສະບັບເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, , ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 01/ຫສພ, ລົງວັນທີ 21 ກໍລະກົດ 2026 ກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກປະຊາຊົນປະຕິວັດລາວ, ມະຕິຕົກລົງວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ( ສະບັບປັບປຸງ ), ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 374/ຄຈສພ, ລົງວັນທີ 19 ມິຖຸນາ 2026 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງ ຄັ້ງທີ VIII , ບົດໂອ້ລົມຂອງສະຫາຍ ເລຂາພັກແຂວງຕໍ່ກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງ ຄັ້ງທີ VIII.
ກອງປະຊຸມໃນຄັ້ງນີ້ຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ແລະ ທິດຊີ້ນໍາຂອງ ສະຫາຍ ພອນສະຫວັນ ໄຊສົມພັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຕື່ມອີກ.