

ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງ ເຄື່ອນໄຫວ ແລະ เຮັດວຽກຮ່ວມກັບ ຄະນະໂຄສະນາອົບຮົມ ແຂວງໄຊຍະບູລີ ໃນວັນທີ 14 ກັນຍາ 2026 ນີ້ ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງ,ມີທ່ານ ໄຊຊານົນ ທີແກ້ວ ຮອງຫົວໝ້າຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ,ຄະນະໂຄສະນາອົບຮົມແຂວງ,ຫົວໝ້າ-ຮອງຫົວໝ້າຂະແໜງການພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສົມລິດ ພົມມະແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ ລາຍງານສະພາບການເຄື່ອນໄຫວວຽກງານ ໄລຍະຜ່ານມາ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ ສະມາຊິກພັກ ພະນັກງານແລະ ປະຊາຊົນບັນດາເຜົ່າ ພາຍໃນ ແຂວງ, ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງ ແຜນການໃນຕໍ່ໜ້າ ທີ່ຈະຕ້ອງໄດ້ສຸມໃສ່ ໂດຍສະເພາະແມ່ນ ການພັດທະນາບຸກຄະລາກອນ ແລະ ເຄື່ອງມືອຸປະກອນ ເຕັກນິກ ເຂົ້າໃນການບໍລິຫານຂໍ້ມູນຂ່າວສານ.
ການລົງເຮັດວຽກໃນຄັ້ງນີ້ ແມ່ນເພື່ອແນໃສ່ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຂອງພັກ ແລະ ແຜນການເຄື່ອນໄຫວ ວຽກງານວິຊາສະເພາະ ຂອງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າສູ່ການປະຕິບັດຕົວຈິງ ຢູ່ທ້ອງຖິ່ນ, ໂດຍສະເພາະແມ່ນການ ຍົກສູງຄຸນນະພາບ ການເກັບກຳຂໍ້ມູນຂ່າວສານ, ຫາງສຽງ ສັງຄົມ, ການໂຄສະນາຜ່ານສື່ ຕ່າງໆ ໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ມີວິທະຍາສາດ ເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ການເມືອງ ຂອງພັກ ແລະ ລັດ ໃນໄລຍະໃໝ່.ພ້ອມທັງຕິດຕາມ, ຊຸກຍູ້ ແລະ ແລກປ່ຽນ ບົດຮຽນ ວິຊາສະເພາະ ກ່ຽວກັບວຽກງານຂໍ້ມູນຂ່າວສານ ແລະ ການຫັນເປັນດິຈິຕອນ ໃນວຽກງານໂຄສະນາອົບຮົມ.