

ຕອນເຊົ້າຂອງ ວັນທີ 15 ກັນຍາ 2026 ນີ້, ທ່ານ ນາງ ບົວຈັນ ພັນທະວົງ ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງປາກລາຍ ແຂວງໄຊຍະບູລີ ໂດຍໃຫ້ການຕ້ອນຮັບຂອງທ່ານ ນາງ ຈັນເພັງ ສີບົວຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ
ຜູ້ຊີ້ນໍາວຽກພັກ – ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ພ້ອມດ້ວຍປະທານຮອງປະທານສະຫະພັນແມ່ຍິງ,ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ,ປະທານ-ຮອງປະທານໜວ່ຍຮາກຖານ ກົມກອງອ້ອມຂ້າງເມືອງ ແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດນີ້ ທ່ານນາງ ແສງເພັດ ສີສຸມັ່ງ ປະທານສະຫະພັນແມ່ຍິງ ເມືອງປາກລາຍໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາເຊິ່ງໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 1 ປີຜ່ານມາຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ໄດ້ນໍາພາເຄື່ອນໄຫວວຽກງານ, ຕາມພາລະບົດບາດ, ໜ້າທີ່ຂອງສະຫະພັນແມ່ຍິງລາວ, ໄດ້ເອົາໃຈໃສ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ແຕ່ລະຂັ້ນ ລົງເຜີຍແຜ່ເຊື່ອມຊຶມໃຫ້ທ້ອງຖິ່ນລົງຮອດຮາກຖານ ຢ່າງມີຜົນສໍາເລັດ ແລະ ເປັນເຈົ້າການປະສານສົມທົບກັບອົງການຈັດຕັ້ງມະຫາຊົນ ຂະແໜງການທີ່ກ່ຽວຂ້ອງໃນການສຶກສາອົບຮົມ ການເມືອງ-ແນວຄິດ, ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ເອື້ອຍນ້ອງແມ່ຍິງ ເພື່ອປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ພ້ອມນີ້ຍັງໄດ້ລົງຊຸກຍູ້ ຕິດຕາມ ກວດກາວຽກງານຮອບດ້ານຂອງສະຫະພັນແມ່ຍິງຮາກຖານບ້ານຕິດພັນກັບການເຜີຍແຜ່ ຜົນສໍາເລັດ ກອງປະຊຸມໃຫ່ຍຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ 9 ແລະ ຜົນສໍາເລັດກອງໃຫ່ຍຜູ້ແທນ ແມ່ຍິງແຂວງ ຄັ້ງທີ 8 ມີ ແລະ ລົງເຜີຍແຜ່ເຊື່ອມຊືມ ກົດໝາຍ, ຄໍາຂວັນ ແລະ ປະເມີນກວດກາຂໍ້ແຂ່ງຂັນ 3 ດີໃຫ້ສະມະຊິກແມ່ຍິງ ນອກຈາກນີ້ທ່ານຍັງໄດ້ຍົກໃຫ້ເຫັນ ດ້ານດີ ດ້ານອອ່ນ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ແລະ ມາດຕະການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ ຂື້ນປະກອບຄໍາຄິດຄໍາເຫັນເພື່ອເຮັດໃຫ້ວຽກງານ ໄດ້ຮັບການພັດທະນາດີຂຶ້ນ.
ຕອນທ້າຍ ທ່ານ ນາງ ບົວຈັນ ພັນທະວົງ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງໄຊຍະບູລີ ຍັງໄດ້ຮຽກຮ້ອງໃຫ້ປະທານຮອງປະທານສະຫະພັນແມ່ຍິງແຕ່ລະຂັ້ນຂອງເມືອງໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນຕິດພັນກັບການສົ່ງເສີມຮີດຄອງປະເພນີອັນອີງາມຂອງແມ່ຍິງລາວໃຫ້ໝັ້ນຄົງ, ນໍາພາແມ່ຍິງບັນດາເຜົ່າ ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີຄວາມສາມັກຄີປ້ອງດອງເປັນປືກແຜນ ພ້ອມກັນຕ້ານບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂື້ນນໍາແມ່ຍິງຫຼຸດໜ້ອຍຖອຍລົງ ແລະ ພ້ອມກັນພັດທະນາວຽກງານແມ່ຍິງພາຍໃນເມືອງປາກລາຍໃຫ້ມີຄວາມເຂັ້ມແຂງຮອບດ້ານ.