

ພິທີເຊັນບົດບັນທຶກມອບວຽກຊົ່ວຄາວ ລະຫວ່າງຫ້ອງການຂອງເມືອງ ແລະ ຄະນະພັກອົງການປົກຄອງຕາແສງນໍ້າພ້າວ ເມືອງຄອບ ແຂວງ ໄຊຍະບູລີ ໂດຍໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມຂອງຕາແສງດັ່ງກ່າວ ໃນວັນທີ 15 ກັນຍາ 2026ນີ້.
ໂດຍໃຫ້ກຽດການເຂົ້າຮ່ວມເປັນປະທານຂອງທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ປະທານຕາແສງ, ຄະນະພັກບ້ານຂອບເຂດຕາແສງປົກຄອງ ພ້ອມດ້ວຍພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ຄໍາໄກ ລີ ຮອງຫົວໜ້າຄະນະຈັດຕັ້ງເມືອງຂື້ນຜ່ານບົດບັນທຶກພິທີມອບຮັບຊົ່ວຄາວ ລະຫວ່າງຫ້ອງການຂອງເມືອງ ແລະ ຄະນະພັກອົງການປົກຄອງຕາແສງນໍ້າພ້າວວ່າ: ເພື່ອເປັນບ່ອນອີງໃນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານຢູ່ໃນຂັ້ນຕາແສງຊົ່ວຄາວ ໂດຍໄດ້ແບ່ງໃນບັນດາໜ້າວຽກຂອງແຕ່ລະຂະແໜງການ ທີ່ເຫັນວ່າຈໍາເປັນ ແລະເພື່ອແທດເໝາະ ແລະ ສອດຄອງຕາມພາລະບົດບາດຂອງຕາແສງ ຊຶ່ງປະກອບມີບາງເນື້ອໃນວຽກງານທີ່ສໍາຄັນຄື: ວຽກງານຂົງເຂດການເມືອງ – ການປົກຄອງປະກອບມີວຽກງານຈັດຕັ້ງ, ວຽກງານໂຄສະນາ, ວຽກງານກວດກາພັກ – ລັດ ແລະ ວຽກງານຫ້ອງວ່າການ ວຽກງານວັດທະນະທໍາ – ສັງຄົມມີວຽກງານສາທາລະນະສຸກ, ວຽກງານສະຫວັດດີການ – ສັງຄົມ, ວຽກງານວັດທະນະທໍາ ແລະ ທ່ອງທ່ຽວ, ວຽກງານກາແດງ; ວຽກງານຂົງເຂດເສດຖະກິດ ປະກອບມີວຽກງານອຸດສາຫະກໍາ ແລະ ການຄ້າ, ວຽກງານກະສິກໍາ ແລະ ສິງແວດລ້ອມ ແລະ ວຽກງານການເງິນ ນອກຈາກນີ້ຍັງມີວຽກງານແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ວຽກງານປ້ອງກັນຊາດ.
ພ້ອມດຽວກັນນີ້ໃນພິທີຍັງໄດ້ມີການລົງນາມເຊັນບົດບັນທຶກມອບຮັບ ລະຫວ່າງອົງການປົກຄອງເມືອງຊຶ່ງຕ່າງໜ້າໂດຍທ່ານ ໄລ ອິນທິບ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ເປັນຜູ້ກ່າວມອບ ຝ່າຍຄະນະພັກອົງການປົກຄອງຕາແສງນໍ້າພ້າວ ຊຶ່ງຕ່າງໜ້າໂດຍທ່ານ ສົມສັກ ສຸກສູນທອນ ກໍາມະການພັກເມືອງ ປະທານປົກຄອງຕາແສງປາກຄອບ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານ ຂອງທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະນໍາຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຕື່ມອີກ.