ກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.

ຕອນເຊົ້າວັນທີ 22 ທັນວາ 2025 ນີ້ ເມືອງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 5 ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 98/ຄປຈ.ຊຍ, ລົງວັນທີ 17 ທັນວາ 2025 ວ່າດ່ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 5 ຄະນະປະຈໍາສະພາປະຊາຊົນແຂວງ ຕົກລົງ ແຕ່ງຕັ້ງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ, ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກຳມະການປົກຄອງເມືອງ ເປັນຮອງປະທານ, ທ່ານ ຈັນເພັງ ແສນຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ເປັນຮອງປະທານ; ທ່ານ ຄໍາພຽນ ປັນຍາວົງ ກໍາມະການປະຈໍາພັກເມືອງ; ປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດເມືອງ ເປັນກຳມະການ; ທ່ານ ສົມບັດ ຈະເລີນມີໄຊ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ເປັນກຳມະການ, ທ່ານ ພອນພິລຸນ ປິ່ນທິບ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງມືອງ ເປັນກຳມະການ; ທ່ານ ສົມຈິດ ຮັງເຊັງຊົວ ກໍາມະການປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ ເປັນກຳມະການ; ທ່ານ ດຣ ພັນ ພອນສະຫວັດ ກໍາມະການປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ ເປັນກຳມະການ,  ທ່ານ ພັທ ຄໍາໄມ່ ພັນກ້າ ກໍາມະການປະຈໍາພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ ເປັນກຳມະການ, ທ່ານ ພັທ ບຸນທະວີ ຖານະວັນ ກຳມະການພັກເມືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ເປັນກໍາມະການ, ທ່ານ ນາງ ສຸກສະຫວັນ ປິ່ນຄໍາ ກໍາມະການພັກເມືອງ ເປັນກຳມະການ, ທ່ານ ນາງ ສີນວນ ພົມສີ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ເປັນກຳມະການ, ທ່ານ ນາງ ຂັນທະລີ ສິດຕະຜົນ ກໍາມະການພັກເມືອງ, ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ ເປັນກໍາມະການ;  ທ່ານ ນາງ ບົວວົງ ສີຕັນ ກໍາມະການພັກເມືອງ  ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ເປັນກໍາມະການ, ທ່ານ ທົດສະກັນ ບຸນນະເລີດ ກຳມະການພັກເມືອງ ຫົວໜ້າຫ້ອງການການເງິນເມືອງ ເປັນກຳມະການ, ທ່ານ ນາງ ເພັດລາກອນ ຄໍາອ່ອນ ກໍາມະການພັກເມືອງ, ປະທານສະຫະພັນກຳມະບານເມືອງ ເປັນກຳມະການ, ທ່ານ ນາງ ວັນນະພອນ ທໍ່ ປະທານສະຫະພັນແມ່ຍິງເມືອງ ເປັນກໍາມະການ, ທ່ານ ປອ ນາງ ກິດສະໜາ ຈັນທະຄູນ ຫົວໜ້າຫ້ອງວ່າການເມືອງ ເປັນກຳມະການ, ທ່ານ ພັທ ບຸນຜອງ ພົງສະຫວັດ ປະທານສະຫະພັນນັກຮົບເກົ່າເມືອງ ເປັນກໍາມະການ, ບັນດາທ່ານປະທານຄະນະກໍາມະການປົກຄອງຕາແສງ 6 ທ່ານ ເປັນກໍາມະການ. ຈາກນັ້ນ ທ່ານ ພອນພິລຸນ ປີ່ນທິບ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານ ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 659/ຄພມ.ຊຍ, ລົງວັນທີ ­19 ທັນວາ 2025 ວ່າດ້ວຍການຮັບຮອງເອົາຜົນການຄົ້ນຄວ້າບຸກຄະລາກອນເຂົ້າໃນໂຄງປະກອບຜູ້ເປັນປະທານ, ຮອງປະທານ ແລະ ຄະນະກຳມະການຕາແສງໃນ 6 ເຂດພາຍໃນເມືອງໄຊຍະບູລີ.

ຕອນທ້າຍກອງປະຊຸມທ່ານປະທານກໍ່ໄດ້ມີຄໍາເຫັນເຈາະຈີ້ມ ແລະ ບັນດາທ່ານຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄໍາຄິດເຫັນເຊີ່ງກັນແລະກັນຕື່ມອີກ

  ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa