

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 22 ທັນວາ 2025 ນີ້, ຢູ່ທີ່ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ ຊຶ່ງຕັ້ງຢູ່ພາຍໃນພື້ນທີ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຈິນດາສັກ ຍົດໝັ້ນຄົງ ຜູ້ອຳນວຍການ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ ໄດ້ລາຍງານຕໍ່ພິທີວ່າ: ການເປີດນໍາໃຊ້ສະຖານີ ບໍລິການມັນເຊື້ອໄຟ ລະຫວ່າງ ບໍລິສັດ ເອັນທີພີ ການຄ້າ ນໍ້າມັນເຊື້ອໄຟ ຈໍາກັດ ແລະ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ຊຶ່ງເປັນບາດກ້າວສໍາຄັນຂອງການຮ່ວມມື ລະຫວ່າງ ສອງບໍລິສັດ ເພື່ອສະໜັບສະໜູນ ໂຄງການໂຮງງານ ພະລັງງານຄວາມຮ້ອນ ຫົງສາ ໃຫ້ມີປະສິດທິພາບ ແລະ ກ້າວໜ້າໄປເລື້ອຍໆ. ບໍລິສັດ NTP ເປັນ 1 ໃນ 12 ບໍລິສັດ ນໍາເຂົ້ານໍ້າມັນເຊື້ອໄຟ ທີ່ມີຢູ່ໃນ ສປປລາວ ປະຈຸບັນ ມີສາງນໍ້າມັນ 6 ແຫ່ງ: ຢູ່ຫຼວງນໍ້າທາ, ນະຄອນຫຼວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ເຊກອງ ມີຂະໜາດບັນຈຸ 19,300,000 ລິດ, ມີພາຫະນະຂົນສົ່ງນໍ້າມັນ ຂະໜາດຕ່າງໆ 88 ຄັນ ແລະ 200 ຄັນ ແລ່ນລະຫວ່າງປະເທດ, ສະຖານີ ຫົງສາ ນີ້ ເປັນສາງແຫ່ງທີ 6 ຂອງບໍລິສັດ, ແຕ່ປີ 2017 ຮອດ 2024 ບໍລິສັດນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນ ໄດ້ ປີ 1 ສະເລ່ຍ ປະມານ 175 ລ້ານລິດ; ໃນປີ 2025 ຮອດເດືອນ 11 ນີ້ ບໍລິສັດໄດ້ນໍາເຂົ້າແລ້ວ 200 ລ້ານລິດ ຫຼື ເທົ່າ ກັບ 15% ຂອງຕະຫຼາດ, ການເປີດ ສະຖານີ ບໍລິການ ນ້ຳມັນເຊື້ອໄຟ ຫົງສາໃນຄັ້ງນີ້ ມີຄວາມໝາຍ ແລະ ເປັນນິມິດໝາຍອັນສຳຄັນຫຼາຍເພາະ (1).ເປັນການ ຂະຫຍາຍ ຕາໜ່າງ ຈໍາໜ່າຍ ຂອງບໍລິສັດ ໃຫ້ ກວ້າງຂວາງ ອອກ ໃນທົ່ວປະເທດ ແລະ (2).ເປັນການປະກອບສ່ວນ ສ້າງຄວາມໝັ້ນຄົງ ດ້ານພະລັງງານໃຫ້ແກ່ ການພັດທະນາເສດຖະກິດ – ສັງຄົມຂອງຊາດ ໃນພາກຕ່າງໆຂອງປະເທດ, ສະຖານີ ບໍລິການ ນໍ້າມັນເຊື້ອໄຟ ຫົງສາ ເປັນໝາກຜົນຂອງການຮ່ວມມືລະຫວ່າງ ບໍລິສັດ NTP ແລະ HPC ຊຶ່ງທັງສອງ ບໍລິສັດ ໄດ້ເຊັນສັນຍາ ຮ່ວມມື ກໍ່ສ້າງສະຖານີ ເພື່ອສະໜອງ ແລະ ບໍລິການນໍ້າມັນເຊື້ອໄຟ ໃນວັນທີ 09 ມິຖຸນາ 2025 ທີ່ ໂຮງແຮມ ລາດຊະວົງ ນະຄອນຫຼວງວຽງຈັນ ແລະ ໄດ້ເລີ່ມກໍ່ສ້າງ ສະຖານີ ບໍລິການ ນໍ້າມັນເຊື້ອໄຟ ຫົງສາ ແຫ່ງນີ້ ມາແຕ່ເດືອນ ມິຖຸນາ 2025 ຮອດປະຈຸບັນ ເປັນໄລຍະກໍ່ສ້າງ 6 ເດືອນ ຈຶ່ງສໍາເລັດ, ຂະໜາດບັນຈຸຂອງ ສະຖານີ ບໍລິການ ນໍ້າມັນ ແຫ່ງນີ້ ແມ່ນ 540.000 ລິດ, ມູນຄ່າກໍ່ສ້າງ 22 ຕື້ກວ່າກີບ.
ຫຼັງຈາກນັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນດາທ່ານການນຳຂັ້ນສູງ, ການນຳຂອງແຂວງ, ຂອງເມືອງ, ບໍລິສັດໄຟຟ້າຫົງສາ ຈຳກັດ ແລະ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ກໍ່ໄດ້ໃຫ້ກຽດ ຮ່ວມເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ ຢູ່ເມືອງຫົງສາ ຢ່າງເປັນທາງການ.
ຂ່າວ: ຄ.ອ.ມ ຫົງສາ