
ວັນທີ 20 ທັນວາ 2025 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດຮັບຮອງເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂື້ນົ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ຄໍາຜິວ ພັນທະວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານແສງຈັນ ກິນດາລາ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີທ່ານ ສະຫວ່າງ ແສງທອງຄໍາ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຂາດເມືອງ ມີຕາງໜ້າຈາກພະແນກການຂອງແຂວງ, ເມືອງໄຊຍະບູລີ, ຄະນະປະຈໍາພັກເມືອງ, ກໍາມະການປະຈໍາພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ, ພະນັກງານປະຕິວັດ ອາວຸໂສບໍານານ, ນາຍບ້ານ, ປະທານແນວລາວສ້າງຊາດບ້ານ ແລະ ປະຊາຊົນບ້ານດອຍກາວເຂົ້າຮ່ວມ.
ພິທີໃນຄັ້ງນີ້ພາຍຫຼັງທີ່ຄະນະຈັດຕັ້ງພິທີໄດ້ສະເໜີຈຸດປະສົງແລ້ວ ທ່ານ ແສງຈັນ ກິນດາລາ ຮອງເລຂາພັກເມືອງ ໄດ້ຂື້ນກ່າວຕ້ອນຮັບແຂກ ພ້ອມທັງໄດ້ກ່າວເປີດພິທີຢ່າງເປັນທາງການ ຈາກນັ້ນທ່ານ ສະຫວ່າງແສງທອງຄໍາ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເຊິ່ງໄດ້ຍົກໃຫ້ເຫັນການຕີລາຄາຜົນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເມືອງໄຊສະຖານມີທັງໝົດ 21 ບ້ານ, ມີ 230 ໜ່ວຍຄຸ້ມຄອງ,ມີ 3.144 ຄອບຄົວ ມີພົນລະເມືອງທັງໝົດ 1.652 ຄົນ, ຍິງ 8,383 ຄົນ, ມີ 8 ເຜົ່າ ໃນນີ້ເຜົ່າໄປຼ່ກວມເອົາອັດຕາສ່ວນໃຫຍ່ ເທົ່າກັບ 96,45% ປະຊາຊົນສ່ວນໃຫຍ່ມີມູນເຊື້ອຮັກຊາດ-ຮັກບ້ານເກີດເມືອງນອນ, ມີຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ ແລະ ມີຮີດຄອງປະເພນີທີ່ເປັນເອກະລັກ ມາແຕ່ບູຮານນະການ ແລະ ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ ອາຊີບສ່ວນໃຫຍ່ແມ່ນປູກຝັງ-ລ້ຽງສັດ, ຕິດພັນກັບການຄ້າຂາຍ ແລະ ບໍລິການ. ຜ່ານການກວດກາຕີລາຄາປະເມີນຜົນການຈັດຕັ້ງປະຕິບັດຂະຂວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ມີ 3.144 ຄອບຄົວ ມີຄອບຄົວປະຕິບັດໄດ້ຕາມມາດຕະຖານຄອບຄົວສາມັກຄີປອງດອງ 2.901 ຄອບຄົວ ກວມ 93,15% ໄດ້ຈັດພິທີມອບໃບຢັ້ງຢືນແລ້ວ 2.624 ຄອບຄົວ ແລະ ຄອບຄົວທີ່ໄດ້ຮັບການປະເມີນຜົນ ແຕ່ບໍ່ໄດ້ຕາມມາດຕະຖານຄອບຄົວສາມັກຄີປອງດອງ ມີ 243 ຄອບຄົວ ເທົ່າກັບ 7,80% ມາດຖານທີ 1 : ປະຕິບັດໄດ້ 3.106 ຄອບຄົວ ເທົ່າກັບ 98,79% ບໍ່ໄດ້ 38 ຄອບຄົວ ເທົ່າກັບ 1,20%, ມາດຖານທີ 2 : ປະຕິບັດໄດ້ 3.121 ເທົ່າກັບ 99,26%%.ບໍ່ໄດ້ 23 ຄອບຄົວ ເທົ່າກັບ 0,73 %., ມາດຖານ 3 : ປະຕິບັດໄດ້ 3134 ຄອບຄົວ ເທົ່າກັບ 99,68 %. ບໍ່ໄດ້ 10 ຄອບຄົວ, ເທົ່າກັບ 0,31 %, ມາດຖານ 4 : ປະຕິບັດໄດ້ 2,963 ຄອບຄົວ ເທົ່າກັບ 94.24 %. ບໍ່ໄດ້ 181 ຄອບຄົວ, ເທົ່າກັບ 5.75 % ແລະ ປະເມີນບ້ານສາມັກຄີປອງດອງ ຕາມ 5 ມາດຕະຖານເຊິ່ງ ບ້ານທີ່ໄດ້ຜ່ານການປະເມີນມີ 21 ບ້ານ, ບ້ານທີ່ໄດ້ຮັບຮອງເປັນບ້ານສາມັກຄີປອງດອງ 20 ບ້ານ ເທົ່າກັບ 95,23 %, ໄດ້ມອບໃບຢັ້ງຢືນແລ້ວ 20 ບ້ານ ແລະ ບ້ານປະເມີນຜົນແລ້ວບໍ່ໄດ້ຮັບຮອງເປັນບ້ານສາມັກຄີປອງດອງ 1 ບ້ານ ຄື: ບ້ານສະເຂດ ເທົ່າກັບ 4,76 % ເຊິ່ງສັງລວມແຕ່ລະມາດຖານຂອງບ້ານດັ່ງນີ້:ມາດຖານທີ 1: ປະຕິບັດໄດ້ 20 ບ້ານ ເທົ່າກັບ 95,23 % ບໍ່ໄດ້ 1 ບ້ານ,ມາດຖານທີ 2: ປະຕິບັດໄດ້ 20 ບ້ານ ທົ່າກັບ 95,23 %. ບໍ່ໄດ້ 1 ບ້ານ, ມາດຖານທີ 3: ປະຕິບັດໄດ້ 20 ບ້ານ, ເທົ່າກັບ 95,23 % ບໍ່ໄດ້ 1 ບ້ານ, ມາດຖານທີ 4: ປະຕິບັດໄດ້ 20 ບ້ານ ເທົ່າກັບ 95,23 %.ບໍ່ໄດ້ 1 ບ້ານ ແລະ ມາດຖານທີ 5: ປະຕິບັດໄດ້ 20 ບ້ານ ເທົ່າກັບ 95,23 %, ບໍ່ໄດ້ 1 ບ້ານ.ສັງລວມແລ້ວຜ່ານການຈັດຕັ້ງປະຕິບັດມາເຖິງປັດຈຸບັນ ທົ່ວເມືອງໄດ້ປະກາດຮັບຮອງ ຄອບຄົວທັງໝົດ 2,901 ຄອບຄົວ ກວມ 93,15 %ຂອງຈໍານວນຄອບຄົວທັງໝົດ, ຄອບຄົວບໍ່ຜ່ານ 243 ຄອບຄົວ ເທົ່າກັບ 7,80 % ແລະ ປະກາດຮັບຮອງບ້ານໄດ້ທັງໝົດ 20 ບ້ານ ເທົ່າກັບ 95,23% ຂອງຈໍານວນບ້ານທັງໝົດ , ບໍ່ຜ່ານ 1 ບ້ານ, ເທົ່າກັບ 4,76%. ຮັບຟັງຂໍ້ຕົກລົງຂອງຄະນະປະຈໍາສູນກາງແນວລາວສ້າງຊາດວ່າດ້ວຍການປະກາດຮັບຮອງເມືອງໄຊສະຖານເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ. ພ້ອມໄດ້ມອບໃບຢັ້ງຢືນເມືອງໄຊສະຖານເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເຊິ່ງໃຫ້ກຽດມອບໂດຍທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ຕາງໜ້າຮັບໂດຍທ່ານ ທ່ານແສງຈັນ ກິນດາລາ ຮອງເລຂາຄະນະບໍລິຫານງານພັກເມືອງ ພິທີໃນຄັ້ງນີ້ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານ ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ຈາກນັ້ນບັນດາທ່ານຄະນະປະທານ, ແຂກທີ່ເຂົ້າຮ່ວມພິທີຍັງໄດ້ພ້ອມກັນເຂົ້າຮ່ວມພິທີລັ່ນຄ້ອງ 9 ບາດ, ຕັດແຖບຜ້າ ແລະ ເປີດປ້າຍເມືອງໄຊສະຖານເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕື່ມອືກ.