ກອງບັນຊາການທະຫານເມືອງເງິນ, ກອງຮ້ອຍ 152 ທະຫານຊາຍແດນ ປິດຊຸດອົບຮົມ ຫັດແອບ ການທະຫານ, ການເມືອງ, ພະລາທິການ – ເຕັກນິກ ປະຈໍາປີ 2025.
										
										ວັນທີ 26 ຕຸລາ 2025 ນີ້, ກອງບັນຊາການທະຫານເມືອງເງິນ ແລະ ກອງຮ້ອຍ ທະຫານຊາຍແດນ 152. ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈຳປີ 2025 ໂດຍການເປັນກຽດເຂົ້າຮ່ວມ ຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ ປ້ອງກັນຄວາມສະຫງົບເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ດ່ານສາກົນນໍ້າເງິນ, ...