ເມືອງປາກລາຍຈັດພິທີປະຖະກະຖາເລົ່າຄືນມູນເຊື້ອວັນແມ່ຍິງສາກົນ 8 ມີນາ ຄົບຮອບ 114 ປີ.

ເມືອງປາກລາຍຈັດພິທີປະຖະກະຖາເລົ່າຄືນມູນເຊື້ອວັນແມ່ຍິງສາກົນ 8 ມີນາ ຄົບຮອບ 114 ປີ.
……………………………
ເພື່ອເປັນການສະເຫຼີມສະຫຼອງ ວັນແມ່ຍິງສາກົນ ວັນທີ 8 ມີນາ 1910 – 8 ມີນາ 2024 ທີ່ໝູນວຽນມາບັນຈົບຄົບຮອບ 114 ປີ ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ດັ່ງນັ້ນ ວັນທີ 6 ມີນາ 2024 ນີ້ ສະຫະພັນແມ່ຍິງເມືອງປາກລາຍແຂວງໄຊຍະບູລີໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນຂື້ນຢູ່ທີ່ຫໍປະຊູມໃຫຍ່ຂອງເມືອງ ໂດຍໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ບຸນຫຼາຍ ວົງດາລາ ເລຂາພັກເມືອງ ວ່າການເຈົ້າເມືອງປາກລາຍ,ມີບັນດາຄະນະປະຈໍາພັກເມືອງ,ກໍາມະການພັກເມືອງ ມີພະນັກງານອາວຸໂສບຳນານ, ພັນລະຍາການນຳຂອງເມືອງ, ຫົວໜ້າຫ້ອງການ,ຮາກຖານສະຫະພັນແມ່ຍິງໜ່ວຍອ້ອມຂ້າງເມືອງ ແລະ ແຂກເຂົ້າຮ່ວມ
ໃນພິທີທ່ານ ບຸນຫຼາຍ ວົງດາລາ ເລຂາພັກເມືອງ ວ່າການເຈົ້າເມືອງປາກລາຍໃຫ້ກຽດປາຖະກະຖາ ເອກະສານປະຫັວດຄວາມເປັນມາຂອງວັນທີ່ 8 ມີນາ 1910 ວັນແມ່ຍິງສາກົນ ຄົບຮອບ 114 ປີ ແມ່ນເຫດການການເມືອງທີ່ສຳຄັນອັນເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນ,ໃນການຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ,ແມ່ນບາດລ້ຽວທາງດ້ານປະຫວັດສາດທີ່ສຳຄັນ ແລະ ໃຫຍ່ຫຼວງ,ກ້າວສູ່ການປະຕິບັດສິດສະເໝີພາບຍິງ-ຊາຍ, ເປັນການເປີດສັງກາດໃໝ່ສ້າງເງື່ອນໄຂໃຫ້ແມ່ຍິງໃນທົ່ວໂລກ ກໍ່ຄື: ແມ່ຍິງລາວບັນດາເຜົ່າ ໄດ້ມີໂອກາດພັດທະນາຕົນເອງຮອບດ້ານຄຽງຄູ່ກັບເພດຊາຍ, ທັງນີ້ກໍເພື່ອແນໃສ່ເຮັດໃຫ້ສະມາຊິກສະຫະພັນແມ່ຍິງພາຍໃນເມືອງປາກລາຍ ໄດ້ຮັບຮູ້ເຂົ້າໃຈ ແລະ ກໍາໄດ້ປະຫວັດການກໍາເນີດ, ການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງຍາດມາໄດ້ຕະຫລອດໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂອກາດດຽວກັນນີ້ ຫ້ອງການອອ້ມຂ້າງພ້ອມດວ້ຍໜວ່ຍຮາກຖານສະຫະພັນແມ່ຍິງອອ້ມຂ້າງເມືອງຍັງໄດ້ມອບກະຕ່າຂອງຂວັນອວຍພອນໃຫ້ແກ່ຫ້ອງການສະຫະພັນແມ່ຍິງເມືອງ ຈາກນັ້ນຍັງໄດ້ມີພິທີມອບໃບຢັ້ງຢືນໂຮງຮຽນດີເດັ່ນຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດງາມຕາຈໍານວນ5ໂຮງຮຽນຕຶ່ມອີກ.
……………………
ຂ່າວ: ກ່າ ຄຸດທະວົງສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa