ສະຫະພັນກໍາມະບານແຂວງປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 138 ປີ.

ໄຊຍະບູລີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 138 ປີ.
……………………………
ໃນໂອກາດວັນກໍາມະກອນສາກົນ ຄົບຮອບ 138 ປີ (1 ພຶດສະພາ 1886 – 1 ພຶດສະພາ 2024) ແຂວງໄຊຍະບູລີ ຈັດພິທີປາຖະກະຖາຂຶ້ນໃນຕອນເຊົ້າຂອງວັນທີ 30 ເມສາ 2024 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມປາຖະກະຖາຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ, ພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີບັນດາສະຫາຍຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ສະຫະພັນກໍາມະບານພະແນກການ, ປະທານກໍາມະບານຮາກຖານ ພ້ອມດ້ວຍສະມາຊິກກໍາມະບານອ້ອມຂ້າງແຂວງ, ເມືອງໄຊຍະບູລີເຂົ້າຮ່ວມ.
ໃນພິທີອັນມີຄວາມໝາຍ ຄວາມສໍາຄັນນີ້ ສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ, ພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງໄຊຍະບູລີ ໄດ້ໃຫ້ກຽດຂຶ້ນປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນວັນທີ 1 ພຶດສະພາ 1886 ໂດຍໄດ້ຍົກໃຫ້ເຫັນ ສະພາບແວດລ້ອມພາໃຫ້ກໍາເນີດວັນກໍາມະກອນສາກົນບັນດາອົງການຈັດຕັ້ງ ສົນທິສັນຍາ ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບກໍາມະກອນ ແລະ ຜູ້ອອກແຮງງານໃນພາກພື້ນ ແລະ ສາກົນ ການປະກອບສ່ວນໃນພາລະກິດ ປະຕິວັດຂອງກໍາມະກອນລາວຕະຫຼອດໄລຍະຜ່ານມາ. ເຊິ່ງໃນຕະຫຼອດໄລຍະ 138 ປີ ພາຍໃຕ້ການນໍາພາຂອງບັນພະບູລຸດ ຜູ້ອົງອາດກ້າຫານໃນແຕ່ລະຍຸກແຕ່ລະສະໄໝ. ກໍ່ຄືພາຍໃຕ້ ການນໍາພາຂອງພັກປະຊາຊົນປະຕິວັດລາວ ໃນປະຈຸບັນຊົນຊັ້ນກໍາມະກອນລາວ ກໍ່ໄດ້ປະກອບສ່ວນ ແລະ ສະໜັບສະໜູນໃນຂະບວນການຕໍ່ສູ້ຂອງກໍາມະກອນສາກົນ ເພື່ອທວງສິດ ແລະ ຜົນປະໂຫຍດອັນຊອບທໍາໃນການອອກແຮງງານຂອງກໍາມະກອນ. ມາຮອດປະຈຸບັນ ກໍາມະກອນລາວໄດ້ມີຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງຕົນນັ້ນກໍ່ຄືອົງການກໍາມະບານລາວ ກໍ່ໄດ້ກໍານົດວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ຢ່າງຈະແຈ້ງ ວ່າສະຫະພັນກໍາມະບານ ຕ້ອງຍົກສູງຄວາມສາມາດ ໃນການຈັດຕັ້ງນໍາພາ ແລະ ການເປັນແບບຢ່າງຂອງກໍາມະບານແຕ່ລະຂັ້ນ ຂະຫຍາຍການຈັດຕັ້ງ ກໍາມະບານຢູ່ຕາມຮາກຖານ ຫຼື ຫົວໜ່ວຍແຮງງານຕ່າງໆ ພາກລັດ ແລະ ເອກະຊົນໃຫ້ທົ່ວເຖິງ ເພື່ອ ເພິ່ມກໍາລັງແຮງຂອງອົງການຈັດຕັ້ງກໍາມະບານໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ສາມາດເປັນຕົວແທນໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ໄປສູ່ຄຸນະພາບໃໝ່ ຮັບປະກັນຄວາມສະເໝີພາບ ແລະ ຄວາມຍຸຕິທໍາ ໃນການຊົມໃຊ້ໝາກຜົນຂອງການອອກແຮງງານ. ດັ່ງນັ້ນ ພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ ຊົນຊັ້ນກໍາມະກອນນໍາໜ້າຂອງຍຸສະໄໝຕິດພັນກັບພື້ນຖານການຜະລິດ ມີລະບຽບວິໄນ, ເປັນຜູ້ມີຫົວຄິດປະດິດສ້າງ ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ ແລະ ຍຸຕິທໍາ ພາຍໃຕ້ການນໍາພາຂອງພັກ. ພ້ອມກັນນີ້ ບັນດາສະມາຊິກກໍາມະບານທີ່ເຂົ້າຮ່ວມຍັງໄດ້ພ້ອມກັນບໍລິຈາກເລືອດຕື່ມອີກ.
…………………………
ຂ່າວ+ພາບ: ບຸນທີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa