ເມືອງໄຊສະຖານ ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ, ແນະນໍາການໂຮມ, ຍຸບ, ໂອນວຽກງານຫ້ອງການ ແລະ ປະກາດ ການຈັດຕັ້ງປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ
ວັນທີ 6 ສິງຫາ 2025 ທີ່ຜ່ານມາ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ, ແນະນໍາການໂຮມ, ຍຸບ, ໂອນວຽກງານຫ້ອງການ ແລະ ປະກາດການຈັດຕັ້ງປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີທ່ານ ພັທ ພອນສະຫວັນ ວໍລະສັກ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ຂັ້ນເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ...