ກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນແມ່ຍິງເມືອງເງິນ ຄັ້ງທີ 5 ສະໄໜທີ V.

ວັນທີ 28 ກຸມພາ 2024 ນີ້. ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນແມ່ຍິງເມືອງ ຄັ້ງທີ 5 ສະໄໜທີ V ຂື້ນຢ່າງເປັນທາງການ, ພາຍໃຕ້ການເປັນທານຂອງສະຫາຍ ນາງ ວຽງທອງ ສີຫາວົງ ກໍາມະການພັກເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງເມືອງ, ເຂົ້າຮ່ວມເປັນກຽດ ມີສະຫາຍ ອິນເນດ ຂຽວສີຟ້າ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຫົວໜ້າຫ້ອງການ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ມີຄະນະບໍລິ ຫານ ງານສະຫະພັນແມ່ຍິງເມືອງ, ປະທານແມ່ຍິງໜ່ວຍອ້ອມຂ້າງ ແລະ ປະທານສະຫະພັນແມ່ຍິງຮາກຖານບ້ານເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ນາງ ວຽງຈິດ ພົມມະຈິດ ຮອງປະທານສະຫະພັນແມ່ຍິງເມືອງ ໄດ້ຂື້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ໃນໄລຍະ 1 ປີ ຜ່ານມາຄະນະບໍລິຫານງານສະຫະພັນແມ່ຍິງເມືອງເງິນ ແມ່ນໄດ້ນໍາພາສະມາຊິກເອື້ອຍນ້ອງແມ່ຍິງບັນດາເຜົ່າ ໃນທົ່ວເມືອງ ເຂົ້າຮ່ວມເຊື່ອມຊືມ ແນວທາງນະໂຍບາຍຂອງພັກ-ລັດ, ລັດຖະທໍາມະນູນ, ກົດໜາຍ, ແຜນພັດທະນາ ເສດຖະ ກິດ-ສັງຄົມ ທີ່ຄະນະພັກອົງການປົກຄອງເມືອງຈັດຂື້ນ ໄດ້ 11 ຄັ້ງ, ມີຜູ້ເຂົ້າຮ່ວມທັງໜົດ 1.825 ເທື່ອຄົນ, ຍິງ 744 ເທື່ອຄົນ, ພ້ອມທັງຈັດພິທີເລົ່າຄືນມູນເຊື້ອ ວັນສໍາຄັນຂອງຊາດ ຂອງພັກ, ຂອງແມ່ຍິງ ເປັນຕົ້ນແມ່ນວັນແມ່ຍິງສາກົນ ວັນທີ 8 ມີຖຸນາ ຄົບຮອບ 113 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 68 ປີ, ວັນເດັກນ້ອຍສາກົນ, ວັນສາກົນຢຸດຕິການໃຊ້ແຮງງານເດັກ,  ແລະ ວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.  ທົ່ວເມືອງ ມີຄະນະບໍລິຫານງານ 17 ສະຫາຍ, ມີຄະນະສະຫະພັນແມ່ຍິງ 142 ສະຫາຍ, ມີ 40 ໜ່ວຍ, ໃນນີ້ໜ່ວຍອ້ອມຂ້າງ 18 ໜ່ວຍ ແລະ ຮາກຖານບ້ານ 22 ຮາກຖານ, ມີ 187 ຈຸຮ່ວມຊີວິດ, ມີສະມາຊິກທັງໜົດ 2.363 ສະຫາຍ, ໄດ້ສໍາເລັດການປັບປຸງການຈັດຕັ້ງ ແລະ ເປີດກອງໃຫຍ່ແມ່ຍິງຢູ່ສໍານັກງານ-ອົງການ ແລະ ຮາກຖານບ້ານ 22 ບ້ານໃນທົ່ວເມືອງ, ໄດ້ຂະຫຍາຍສະມາຊິກແມ່ຍິງໄດ້ 85 ສະຫາຍ, ໄດ້ຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງ ທາງດ້ານກົດໜາຍ ໃຫ້ອົງການປົກຄອງບ້ານ ໄດ້ 10 ບ້ານ, ໃນກອງປະຊຸມ ກໍ່ໄດ້ຮັບຟັງບົດສໍາຫຼວດການນໍາພາລວມ, ຜ່ານແຜນໂຄງການດໍາເນີນງານປີ 2024 ແລະ ຜ່ານລະບຽບກອງທືນຊ່ວຍເຫຼືອເອື້ອຍນ້ອງແມ່ຍິງ, ຈາກນັ້ນບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນຂື້ນປະກອບຄໍາຄິດເຫັນ ໂດຍໄດ້ຍົກໃຫ້ເຫັນດ້ານອ່ອນ  ຂໍ້ຄົງຄ້າງ ກ່ຽວກັບກອງທືນຊ່ວຍເຫຼືອເອື້ອຍນ້ອງແມ່ຍິງ ເພື່ອແນໃສ່ເຮັດກອງທືນດັ່ງກ່າວມີຄວາມຍືນຍົງ.

ໂດຍ: ສຸລິຍາ ແສງເດືອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa