

ວັນທີ 14–29 ຕຸລາ 2026 ຜ່ານມາ, ຄະນະຮັບຜິດຊອບຄຸ້ມຄອງ ແລະ ລົງກວດກາຫ້າງຮ້ານຕ່າງໆ ຕາແສງບວມເລາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາການດຳເນີນທຸລະກິດດ້ານອາຫານ, ເຄື່ອງດື່ມສຳເລັດຮູບ, ເຄິ່ງສຳເລັດຮູບ, ແລະ ເຄື່ອງສໍາອາງ ໃນຂອບເຂດທົ່ວ ຕາແສງບວມເລົາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ, ພ້ອມທັງໄດ້ຈັດພິທີທຳລາຍສິນຄ້າຂອງກາງທີ່ຍຶດໄດ້ຢ່າງເປັນທາງການໃນວັນທີ 10 ພະຈິກ 2026 ນີ້ ທີ່ຕາແສງດັ່ງກ່າວ.
ການລົງກວດກາໃນຄັ້ງນີ້ແມ່ນເນັ້ນໃສ່ຕະຫຼາດບ້ານ ບວມເລົາ-ຜາແກ້ວ, ຮ້ານຂາຍສົ່ງ ແລະ ຂາຍຍ່ອຍສິນຄ້າປະເພດອາຫານສຳເລັດຮູບ, ເຄື່ອງດື່ມ, ແລະ ເຄື່ອງສໍາອາງ, ຮ້ານຂາຍອາຫານທະເລສົດໃນທົ່ວເຂດຕາແສງ. ຜ່ານການລົງກວດກາຕົວຈິງ ຈາກຈຳນວນຮ້ານຂາຍເຄື່ອງປະເພດອາຫານ ແລະ ເຄື່ອງດື່ມທັງໝົດ 147 ຮ້ານ, ສາມາດກວດກາໄດ້ 141 ຮ້ານ (ຍັງບໍ່ທັນໄດ້ກວດກາ 6 ຮ້ານ), ໂດຍພົບເຫັນການກະທຳຜິດ ແລະ ສິນຄ້າປະເພດຕ່າງໆ ເປັນຕົ້ນແມ່ນສິນຄ້າໝົດອາຍຸ ແລະ ປົນເປື້ອນສານເຄມີພົບໃນ 124 ຮ້ານ ເຊິ່ງສ່ວນຫຼາຍແມ່ນອາຫານສຳເລັດຮູບ, ເຄິ່ງສຳເລັດຮູບ, ເຄື່ອງດື່ມຕ່າງໆ ແລະ ອາຫານທະເລແຊ່ແຂງ (ເຊັ່ນ: ປາມືກກອບ, ຍໍ່ຂາວ) ລວມທັງໝົດ 422 ລາຍການ, ຄິດເປັນມູນຄ່າ 46,191,000 ກີບ, ປະເພດອາຫານແຊ່ແຂງ ກວດພົບ 2 ລາຍການ, ເປັນມູນຄ່າ 409,000 ກີບ, ສິນຄ້າລັກລອບຫ້າມນຳເຂົ້າ ປະເພດເຄື່ອງດື່ມທີ່ມີສານສະກັດຈາກໃບກະທອມ ຈຳນວນ 5 ຮ້ານ, ມີ 32 ຕຸກ, ເປັນມູນຄ່າ 1,792,000 ກີບ, ສິນຄ້າຕ້ອງຫາມວາງຂາຍ (ບັ້ງໄຟດອກ ແລະ ເຄື່ອງລ່າສັດ) ປະເພດບັ້ງໄຟດອກ, ຜຸ, ກະໂພກ ແລະ ເຄື່ອງປະກອບໃນການລ່າສັດປ່າ (ລູກແມັກ, ລູກຫວ່ານ, ແກັບ, ຂີ້ເຈຍ ແລະ ອື່ນໆ) ມີ 10 ລາຍການ, ເປັນມູນຄ່າ 10,679,000 ກີບ, ສິນຄ້າຕ້ອງຫາມປະເພດຢາປົວພະຍາດສິນຄ້າປະເພດຢາປົວພະຍາດທີ່ຜິດລະບຽບຫຼັກການວາງຂາຍຕາມຫ້າງຮ້ານ ມີ 82 ລາຍການ, ລວມມູນຄ່າ 8,389,000 ກີບ, ລວມມູນຄ່າສິນຄ້າມີທັງໝົດ 548 ລາຍການ, ລວມມູນຄ່າທັງໝົດ 67,460,000 ກີບ (ຫົກສິບເຈັດລ້ານສີ່ແສນຫົກສິບພັນກີບ), ເຊິ່ງທາງເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງໄດ້ນຳມາຈັດພິທີທຳລາຍຖິ້ມຢ່າງຖືກຕ້ອງຕາມລະບຽບກົດໝາຍ ເພື່ອຮັບປະກັນຄວາມປອດໄພໃຫ້ກັບຜູ້ບໍລິໂພກໃນທົ່ວຕາແສງ.