ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ-ສ້ອມແປງ ໂຮງໝໍເມືອງແກ່ນທ້າວ

ໃນຕອນບ່າຍວັນທີ 6 ພະຈິກ 2026 ນີ້, ທ່ານ ອາເມ ຊົງເຢັຽເລັ່ງ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ພ້ອມດ້ວຍ ທ່ານ ສິນທະລາ ປະຖໍາມະວົງ ຫົວໜ້າພະແນກຊັບສິນ ແລະ ຈັດຊື້, ກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ, ທີມງານຈາກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກກະຊວງສາທາລະນະສຸກ ໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງ-ສ້ອມແປງໂຮງໝໍເມືອງແກ່ນທ້າວ.ໂດຍການຕ້ອນຮັບຄະນະຂອງທ່ານ ຮອງປະທານຄະນະກໍາມະການປົກຄອງແຂວງ ມີທ່ານ ດຣ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ພ້ອມດ້ວຍອຳນວຍການບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ຄະນະຮັບຜິດຊອບໂຄງການຂັ້ນເມືອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງ-ສ້ອມແປງ ໂຮງໝໍເມືອງແກ່ນທ້າວ ແມ່ນພະແນກສາທາລະນະສຸກ ແຂວງໄຊຍະບູລີ ເປັນເຈົ້າຂອງໂຄງການ, ໄດ້ຮັບງົບປະມານຈາກກະຊວງສາທາລະນະສຸກ ດ້ວຍມູນຄ່າຕາມສັນຍາ 12.115.010.000 ກີບ. ມີໄລຍະເວລາການກໍ່ສ້າງ 36 ເດືອນ ແລະ ມອບໃຫ້ບໍລິສັດ ດວງຈັນຮຸ່ງເຮືອງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.

ສຳລັບໜ້າວຽກຫຼັກຂອງໂຄງການປະກອບມີ:

  • ທຸບມ້າງອາຄານເກົ່າທີ່ຊຸດໂຊມອອກ.
  • ກໍ່ສ້າງອາຄານສຸກເສີນ 2 ຊັ້ນ (ຂະໜາດ 7,2 x 12 ແມັດ).
  • ສ້າງທາງຍ່າງເຊື່ອມຕໍ່ຈາກຫ້ອງສຸກເສີນຫາອາຄານເກົ່າ (ຂະໜາດ 2,5 x 7 ແມັດ).
  • ກໍ່ສ້າງຕຶກນອນປິ່ນປົວຄົນເຈັບ ແລະ ສາງຢາ 2 ຊັ້ນ (ຂະໜາດ 16 x 31 ແມັດ).
  • ກໍ່ສ້າງອາຄານໂຮງເຢັນ (ຂະໜາດ 7 x 7,5 ແມັດ).

ຜ່ານການລົງກວດກາສະພາບການຈັດຕັ້ງປະຕິບັດຕົວຈິງ ນัບແຕ່ມື້ເລີ່ມລົງມືປະຕິບັດມາຮອດມື້ກວດກາແມ່ນໃຊ້ເວລາ 48 ວັນ, ເຊິ່ງຜ່ານການຕີລາຄາຕົວຈິງເຫັນວ່າ ສາມາດປະຕິບັດວຽກງານໄດ້ 18,14% ຂອງມູນຄ່າໂຄງການທັງໝົດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa