ກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 7 ສະໄຫມທີ VIII

ຄະນະບໍລິຫານງານພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄຫມທີ VIII.ຂຶ້ນຢ່າງເປັນທາງການໃນວັນທີ  2 ພະຈິກ 2026 ນີ້ໂດຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ບໍ່ແຕນ,ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ສີສອນພັນ  ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງ,ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ,ຫົວໜ້າ,ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.

ສະຫາຍ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກອງປະຊຸມ, ໄດ້ເປັນກຽດຂື້ນກ່າວເປີດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 7 ສະໄໜທີ VIII ຢ່າງເປັນທາງການ, ຈາກນັ້ນສະຫາຍ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ ປະທານອົງການປົກຄອງເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານຮອບດ້ານໃນໄລຍະ 9 ເດືອນຕົ້ນປີຜ່ານມາ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າປີ 2026 ຂອງຄະນະບໍລິຫານງານພັກເມືອງບໍ່ແຕນ , ສະຫາຍສະຫງົບ ພັບບົວອອນ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ລາຍງານການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ສະຫາຍ ຄຳອຸ່ນ ສຸລິວົງ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ,ພັດທະນາຊົົນນະບົດຮອບດ້ານ ຄະນະບໍລິຫານງານພັກເມືອງບໍ່ແຕນໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກເປັນວຽກງານສຳຄັນທີຕ້ອງເຮັດເປັນປົກກະຕິ ແລະ ຕໍ່ເນື່ອງສອດຫ້ອຍເຂົາໃນທຸກຂົງເຂດວຽກງານ, ທົ່ວເມືອງມີອົງຄະນະພັກຮາກຖານຕາແສງ 3 ຄະນະພັກ,ຄະນະພັກຮາກຖານ 4 ຄະນະພັກ,ມີ 77   ໜ່ວຍພັກ,ສ້າງຕັງໃໝ່ 3 ໜ່ວຍພັກ,ມີສະມາຊິກພັກ 978 ສະຫາຍ ຍິງ 237 ຂະຫຍາຍໃໝ່ 7 ສະຫາຍ ຍິງ 3 ສະຫາຍ ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຢ່າງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍໃນໄລຍະ 9 ເດືອນຜ່ານມາສາມາດຈັດເກັບລາຍຮັບມອນງົບປະມານໄດ້ 24,623 ລ້ານກວ່າກີບເທົ່າກັບ 114,87 % ລື່ນແຜນ 6 ຮ້ອຍລ້ານກ່ວາກີບ ຕິດຕາມຊຸກຢູ້ໂຄງການກໍ່ສ້າງຕ້ານເຈື່ອນສາຍນ້ຳເຫືອງຈຸດບ້ານນາຂ່າທີ່ພວມຈັດຕັ້ງປະຕິບັດຊ່ວງທີ 1 ຍາວ2,680ແມັດ , ຊ່ວງທີ 2 ຍາວ1540 ແມັດ,ສາມາດມ້າງຄະດີຢາເສບຕິດໄດ້9ລາຍກັກຜູ້ຖືກຫາໄດ້ 13ຄົນຍຶດຢາບ້າໄດ້721 ເມັດລົດຈັກ 6 ຄັນໂທລະສັບ 11ເຄື່ອງ ແລເງິນສົດ 660,000 ກີບ,7,300 ບາດ ຂົງເຂດວັດທະນະທຳ-ສັງຄົມໄດ້ເຄື່ອນ ໄຫວຕາມສິດໜ້າທີ່ພາລະບົດບາດຂອງຕົນ ໃນວະດຳເນີນກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຂອງບັນດາສະຫາຍທີ່ເຂົາຮ່ວມກອງປະຊຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ເພື່ອຍົກໃຫ້ເຫັນຜົນງານດານດີ,ດ້ານອ່ອນ ແລະ ຂໍ້ຄົງຄ້າງ,ເພື່ອຊອກຫາວິທີແກ້ໄຂໃຫ້ມີຜົນສຳເຫຼັດຕາມແຜນການຂອງແຕ່ລະວຽກງານທີ່ໄດ້ກຳນົດໄວ້ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງຕຶ່ມອີ ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາ  1 ວັນເຄິ່ງຈຶ່ງສຳເຫຼັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa