


ໃນຕອນບ່າຍວັນທີ 3 ພະຈິກ 2026 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ໄດ້ຈັດກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານພາຍໃນແຂວງໄຊຍະບູລີ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຄະນະກໍາມະການປົກຄອງຕາແສງ, ທີມງານຈາກແຂວງ ແລະ ຜູ້ຕາງໜ້າຈາກສູນບໍລິການ ETL, LTC ແລະ Unitel ປະຈຳເມືອງ ເຂົ້າຮ່ວມລວມທັງໝົດ 30 ທ່ານ, ຍິງ 7 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານພາຍໃນແຂວງໄຊຍະບູລີ ເຊິ່ງຮ່າງຂໍ້ຕົກລົງ ສະບັບດັ່ງກ່າວປະກອບມີ 9 ໝວດ ແລະ 35 ມາດຕາ. ຈຸດປະສົງຂໍ້ຕົກລົງສະບັບນີ້ ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມ ບັນດາຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ກ່ຽວກັບວຽກງານ ການຄຸ້ມຄອງພື້ນຖານໂຄງລ່າງ ໂທລະຄົມມະນາຄົມ ແລະ ການສື່ສານ ພາຍໃນແຂວງໄຊຍະບູລີ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ສົ່ງເສີມການນໍາໃຊ້ ພື້ນຖານໂຄງລ່າງໂທລະຄົມມະນາຄົມ, ການປົກປັກຮັກສາ ແລະ ການນໍາໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ, ເຄື່ອງສື່ສານ ໃຫ້ກວ້າງຂວາງ, ເພື່ອຄວາມສະດວກ, ວ່ອງໄວ, ທັນສະໄໝ, ມີຄຸນນະພາບ ແລະ ປອດໄພ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນ ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງນິຕິກຳສະບັບດັ່ງກ່າວ ມີຄວາມອຸດົມສົມບູນ, ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດປະສິດທິຜົນສູງສຸດໃນຕໍ່ໜ້າ.