

ທ້າຍອາທິດຜ່ານມາ ຢູ່ສະໂມສອນຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຊື່ອມຊືມເອກະສານ ຊຸກຍູ້ຂະບວນການ ສ້າງຄົນ ແລະ ສ້າງກົມກອງ ວັດທະນະທຳ ຂຶ້ນຢ່າງເປັນທາງການ ໂດຍການ ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ບົວຊອນ ສຸກພົງ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດ ເມືອງທົ່ງມີໄຊ, ທ່ານ ລຳໃບ ກອງມະນີ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງທົ່ງມີໄຊ ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະກຳມະການ ຮັບຜິດຊອບຂະບວນການສ້າງຄົນ ແລະ ສ້າງກົມກອງວັດທະນະທຳ ຢູ່ພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານ 6ມາດຖານຂອງການສ້າງຄົນວັດທະນະທຳ ແລະ 11ມາດຖານ ຂອງການ ສ້າງກົມກອງວັດທະນະທຳ; ຮັບຟັງການຜ່ານແຜນການລົງເຄື່ອນໄຫວວຽກງານໃນແຕ່ລະໄລຍະ, ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັັນຢ່າງກົງໄປກົງມາ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ກຳນົດແຜນການເຄື່ອນໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ , ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຕາມແຜນທີ່ກຳນົດໄວ້. ຈາກນັ້ນ ບັນດາທ່ານຄະນະນຳຂອງກົມກອງ, ໂຮງຮຽນ ແຫ່ງຕ່າງໆພາຍໃນເມືອງ ກໍ່ໄດ້ຂຶ້ນຈັບມືແຂ່ງຂັນກັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ສຳເລັດຕາມແຜນທີ່ວາງໄວ້.
ຕອນທ້າຍຂອງກອງປະຊຸມ ທ່ານ ນາງ ບົວຊອນ ສຸກພົງ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດ ເມືອງທົ່ງມີໄຊ ກໍ່ໄດ້ມີຄຳເຫັນສັງລວມ ແລະ ໃຫ້ທິດຊີ້ນຳຕໍ່ກັບວຽກງານດັ່ງກ່າວເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບ ຂະບວນການສ້າງຄົນ, ສ້າງກົມກອງວັດທະນະທຳ ເອົາໃຈໃສ່ເຊື່ອມຊືມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຕ່າງໆ ຢ່າງເຂັ້ມງວດ, ສິ່ງສຳຄັນ ຕ້ອງໄດ້ນຳເອົາມາດຖານ-ເງື່ອນໄຂເຫຼົ່ານີ້ ມາຈັດຕັ້ງປະຕິບັດໃຫ້ຕິດພັນກັບຊີວິດປະຈຳວັນ ແລະ ຂະບວນການຕົວຈິງໃນກົມກອງຂອງຕົນ ເພື່ອສ້າງກົມກອງ ໃຫ້ກາຍເປັນກົມກອງວັດທະນາທຳໃນຕໍ່ໜ້າ, ຄະນະຮັບຜິດຊອບຂັ້ນເມືອງກໍຕ້ອງໄດ້ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ກວດກາປະເມີນຜົນເປັນແຕ່ລະໄລຍະ ເພື່ອເຮັດໃຫ້ແຜນການສ້າງຄົນ, ສ້າງກົມກອງວັດທະນະທຳຢູ່ພາຍໃນເມືອງທົ່ງມີໄຊ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.