ໄຟຟ້າຫົງສາ ສານພະລັງການສຶກສາ ມອບທຶນການສຶກສາ ສໍາລັບນັກຮຽນທ້ອງຖິ່ນ (LSSP) ປະຈໍາປີ 2026 ສ້າງໂອກາດເຍົາວະຊົນ ສູ່ອະນາຄົດທີ່ຍືນຍົງ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເດີນໜ້າສານຕໍ່ຄວາມມຸ່ງໝັ້ນດ້ານການສຶກສາ ພາຍໃຕ້ແນວຄິດ “Powering with CARE” ມຸ່ງສ້າງໂອກາດໃຫ້ເຍົາວະຊົນໃນພື້ນທີ່ອ້ອມຂ້າງ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ເຊັ່ນ: ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ໄດ້ເຂົ້າເຖິງການສຶກສາ ແລະ ພັດທະນາສັກກະຍະພາບຂອງຕົວເອງ ເພື່ອເຕີບໃຫຍ່ເປັັນກໍາລັງສໍາຄັນໃນການພັດທະນາຊຸມຊົນ ແລະ ປະເທດຊາດໃນອະນາຄົດ

ໃນວັນທີ 9 ພະຈິກ 2026 ສາຍງານຊັບພະຍາກອນມະນຸດ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີມອບ-ຮັບ ທຶນການສຶກສາສໍາລັບນັກຮຽນທ້ອງຖິ່ນ ຫຼື Local Scholarship Student Program (LSSP) ປະຈໍາປີ 2026 ທີ່ ອາຄານຫົງຄໍາໄຊຍາຄານ ໂດຍມີ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເປັນປະທານໃນພິທີ ແລະ ໄດ້ຮັບກຽດຈາກ ທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກໍາມະການປົກຄອງ ເມືອງຫົງສາ, ເຈົ້າໜ້າທີ່ພາກລັດທີ່ກ່ຽວຂ້ອງ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ພະນັກງານ ໄຟຟ້າຫົງສາ ເຂົ້າຮ່ວມເປັນສັກຂີພິຍານ

ໃນປີ 2026 ບໍລິສັດໄດ້ມອບທຶນການສຶກສາ ຈໍານວນ 5 ທຶນ, ທຶນລະ 71,000,000 ກີບ ລວມທັງໝົດ ຈໍານວນ 355,000,000 ກີບ ໃຫ້ກັບເຍົາວະຊົນທັງ 3 ເມືອງ ເພື່ອສຶກສາຕໍ່ລະດັບມະຫາວິທະຍາໄລ ໂດຍນັກສຶກສາທີ່ໄດ້ຮັບທຶນ ໄດ້ແກ່: ທ້າວ ເອກ ຄໍາບຸນເຮືອງ ຈາກ ເມືອງຫົງສາ ຮຽນສາຂາວິສະວະກໍາໄຟຟ້າ ມະຫາວິທະຍາໄລສຸພານຸວົງ ຫຼວງພະບາງ, ນາງ ມິດສະດາ ແຫວນຄໍາ ຈາກ ເມືອງເງິນ ຮຽນສາຂາບັນຊີ ມະຫາວິທະຍາໄລສຸພານຸວົງ ຫຼວງພະບາງ, ນາງ ປານີ ໃຈແກ້ວ ຈາກ ເມືອງເງິນ ຮຽນສາຂາວິສະວະກໍາຄອມພິວເຕີ ມະຫາວິທະຍາໄລສຸພານຸວົງ ຫຼວງພະບາງ, ທ້າວ ທອງໄທ ດອນໄຊຈັດ ຈາກ ເມືອງຊຽງຮ່ອນ ຮຽນສາຂາວິສະວະກໍາໄຟຟ້າ ມະຫາວິທະຍາໄລແຫ່ງຊາດລາວ ນະຄອນຫຼວງວຽງຈັນ ແລະ ທ້າວ ແສງອາທິດ ສິງແກ້ວ ຈາກ ເມືອງຊຽງຮ່ອນ ຮຽນສາຂາວິສະວະກໍາໄຟຟ້າ ມະຫາວິທະຍາໄລສຸພານຸວົງ ຫຼວງພະບາງ ຕະຫຼອດໄລຍະເວລາທີ່ຜ່ານມາ, ບໍລິສັດໃຫ້ຄວາມສໍາຄັນກັບການພັດທະນາເຍົາວະຊົນໃນພື້ນທີ່ຢ່າງຕໍ່ເນື່ອງ ໂດຍຕັ້ງແຕ່ປີ 2011 ເປັນຕົ້ນມາ ໄດ້ສະໜັບສະໜູນການສຶກສາລະດັບຊັ້ນມັດທະຍົມສຶກສາມາແລ້ວກວ່າ 750 ທຶນ ແລະ ລະດັບປະລິນຍາຕີ 100 ທຶນ ພ້ອມເປີດໂອກາດໃຫ້ນັກຮຽນທຶນເຂົ້າມາເຝິກງານກັບບໍລິສັດ ເພື່ອຮຽນຮູ້ປະສົບການຈິງ ແລະ ນໍາຄວາມຮູ້ທີ່ໄດ້ຮັບຈາກຫ້ອງຮຽນໄປປະຍຸກໃຊ້ໃນການເຮັດວຽກ

ພາຍໃຕ້ແນວຄິດ “Powering with CARE” ໄຟຟ້າຫົງສາ ເຊື່ອໝັ້ນວ່າ ການສົ່ງຕໍ່ພະລັງງານ ບໍ່ໄດ້ໝາຍເຖິງພຽງການຜະລິດໄຟຟ້າ, ແຕ່ຍັງລວມເຖິງການສ້າງໂອກາດທາງການສຶກສາ ແລະ ສະໜັບສະໜູນເຍົາວະຊົນໄດ້ພັດທະນາສັກກະຍະພາບຂອງຕົວເອງ ເພາະການສຶກສາຄືຮາກຖານສໍາຄັນຂອງການພັດທະນາ ແລະ ເມື່ອເຍົາວະຊົນໄດ້ຮັບໂອກາດທີ່ເໝາະສົມຍ່ອມສາມາດເຕີບໃຫຍ່ເປັນກໍາລັງສໍາຄັນໃນການສ້າງຄຸນຄ່າໃຫ້ແກ່ຄອບຄົວ, ຊຸມຊົນ, ສັງຄົມ ແລະ ປະເທດຊາດໄດ້ຢ່າງຍືນຍົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa