
ວັນທີ 15 ຕຸລາ 2026 ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງໄຊຍະບູລີ ໄດ້ຈັດພິທີມອບອຸປະກອນກໍ່ສ້າງເຮືອນ ໃຫ້ແກ່ຫ້ອງການແນວລາວສ້າງຊາດແຂວງໄຊຍະບູລີ ເພື່ອນຳໄປມອບສືບຕໍ່ໃຫ້ແກ່ 05ຄອບຄົວທຸກຍາກ ຊົນເຜົ່າກຶມມຸ (ເຜົ່າຕອງເຫຼືອງ) ທີ່ບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ.
ກິດຈະກຳດັ່ງກ່າວແມ່ນປະຕິບັດຕາມທິດຊີ້ນຳຂອງເຈົ້າແຂວງໄຊຍະບູລີ ສະບັບເລກທີ 1167/ຈຂ.ຊຍ, ລົງວັນທີ 5 ຕຸລາ 2022, ພ້ອມທັງໜັງສືສະເໜີຂອງປະທານແນວລາວສ້າງຊາດແຂວງໄຊຍະບູລີ ແລະ ຜົນການຕົກລົງຂອງຄະນະພະແນກ ຮສສ ແຂວງ ຄັ້ງວັນທີ 24 ສິງຫາ 2026.
ສໍາລັບອຸປະກອນກໍ່ສ້າງເຮືອນທີ່ມອບໃນຄັ້ງນີ້ ປະກອບມີ:
- ສັງກະສີ 08ຟຸດ ຈໍານວນ180ແຜ່ນ
- ເຫຼັກຕາປູ:ຈໍານວນ 30ກັບ
ອຸປະກອນທັງໝົດນີ້ ຈະຖືກນຳໄປມອບຕໍ່ໃຫ້ 05ຄອບຄົວເປົ້າໝາຍ ຢູ່ບ້ານໂພນທອງ ເມືອງພຽງ ລວມມີຈຳນວນພົນທັງໝົດ 19ຄົນ (ຍິງ 09ຄົນ) ປະກອບມີ:
- ທ້າວ ຄົ່ງ ນຳສະຫວ່າງ (ຈຳນວນພົນ 04ຄົນ, ຍິງ 02ຄົນ): ຮັບສັງກະສີ 40ແຜ່ນ, ເຫຼັກຕາປູ 05ກັບ.
- ນາງ ລີ ນຳສະຫວ່າງ (ຈຳນວນພົນ 05ຄົນ, ຍິງ 03ຄົນ): ຮັບສັງກະສີ 40 ແຜ່ນ, ເຫຼັກຕາປູ 10ກັບ.
- ນາງ ມີ ນຳສະຫວ່າງ (ຈຳນວນພົນ 03ຄົນ, ຍິງ 02ຄົນ): ຮັບສັງກະສີ 30ແຜ່ນ, ເຫຼັກຕາປູ 05ກັບ.
- ທ້າວ ຄູນ ນຳສະຫວ່າງ (ຈຳນວນພົນ 03ຄົນ, ຍິງ 0ຄົນ): ຮັບສັງກະສີ 30ແຜ່ນ, ເຫຼັກຕາປູ 05ກັບ.
- ທ້າວ ບຸນໄທ ນຳສະຫວ່າງ (ຈຳນວນພົນ 04ຄົນ, ຍິງ 02ຄົນ): ຮັບສັງກະສີ 40ແຜ່ນ, ເຫຼັກຕາປູ 05ກັບ.
ສໍາລັບມູນຄ່າການຊ່ວຍເຫຼືອຄັ້ງນີ້ລວມເປັນເງີນ16,500,000 ກີບ. ໃຫ້ກຽດມອບໂດຍ ທ່ານນາງ ຄໍາຜິວ ພັນທະວົງ ປະທານແນວລາວສ້າງຊາດແຂວງ ແລະ ຮັບໂດຍທ່ານ ເສນ ພັນລັກເລຂາພັກເມືອງໆພຽງ. ການມອບ-ຮັບອຸປະກອນກໍ່ສ້າງເຮືອນໃນຄັ້ງນີ້ ຖືເປັນການປະກອບສ່ວນອັນສໍາຄັນໃນການຊ່ວຍເຫຼືອປະຊາຊົນຜູ້ດ້ອຍໂອກາດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ.