

ຫ້ອງການສຶກສາທິການ ແລະ ກິລາເມືອງຄອບ ແຂວງ ໄຊຍະບູລີ ຈັດພິທີສະເຫຼີມສະຫຼອງວັນລ້າງມືຖູແຂ້ວສາກົນ ໂດຍໄດ້ຈັດຂື້ນຢູ່ທີ່ໂຮງຮຽນປະຖົມສົມບູນບ້ານສະຖານ ໃນວັນທີ 15 ຕຸລາ 2026ທີ່ຜ່ານມານີ້.
ໂດຍໃຫ້ກຽດການເຂົ້າຮ່ວມຂອງທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ນາຍບ້ານ, ຄູອາຈານພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໃຫ້ກຽດເລົ່າການກໍາເນີດ ແລະ ຄວາມໝາຍ ຄວາມສໍາຄັນຂອງວັນດັ່ງກ່າວວ່າ: ວັນລ້າງມືໂລກ ຖືກກຳນົດໃຫ້ເປັນ ວັນທີ 15 ຕຸລາ ຂອງທຸກໆປີ. ວັນນີ້ຖືກລິເລີ່ມຂຶ້ນຄັ້ງທຳອິດໃນປີ 2008 ໂດຍ ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ທີ່ໄດ້ປະກາດໃຫ້ເປັນ “ປີສາກົນແຫ່ງການຮັກສາອະນາໄມ”. ອົງການຢູນີເຊັບ ແລະ ຄູ່ຮ່ວມງານຕ່າງໆ ໄດ້ຮ່ວມກັນຈັດຕັ້ງວັນນີ້ຂຶ້ນ ເພື່ອກະຕຸ້ນໃຫ້ເດັກນ້ອຍ ແລະ ປະຊາຊົນທົ່ວໂລກ ຫັນມາລ້າງມືດ້ວຍສະບູຢ່າງຖືກຕ້ອງ ການລ້າງມື ແລະ ຖູແຂ້ວແມ່ນມີຄວາມສໍາຄັນຕໍ່ເດັກ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດຕ່າງໆໂດຍສະເພາະແມ່ນ ສາມາດຫຼຸດຜ່ອນອັດຕາການຕິດເຊື້ອ ພະຍາດຖອກທ້ອງ ໄດ້ເຖິງ 50% ແລະ ຫຼຸດຜ່ອນ ພະຍາດທາງເດີນຫາຍໃຈ ເປັນຕົ້ນແມ່ນພະຍາດ ໄຂ້ຫວັດ, ປອດອັກເສບໄດ້ປະມານ 25%. ນອກຈາກນີ້ ຍັງປ້ອງກັນພະຍາດຕາແດງ, ພະຍາດຜິວໜັງ ແລະ ແມ່ກາຝາກໃນລຳໄສ້ໄດ້ອີກດ້ວຍ ນອກຈາກນັ້ນການຖູແຂ້ວເປັນການສົ່ງເສີມສຸຂະພາບຊ່ອງປາກຊ່ວຍປ້ອງກັນບັນຫາແຂ້ວແມງ, ຫຼຸດຜ່ອນການເຈັບແຂ້ວ ແລະ ການຕິດເຊື້ອໃນຊ່ອງປາກ ເຊິ່ງເປັນສາເຫດເຮັດໃຫ້ເດັກນ້ອຍຕ້ອງຂາດໂຮງຮຽນ. ພ້ອມດຽວກັນນີ້ ກໍ່ເພື່ອເປັນການປູກຝັງນິໄສຮັກສາຄວາມສະອາດຕັ້ງແຕ່ຍັງນ້ອຍ ຈະຊ່ວຍໃຫ້ເດັກນ້ອຍເຕີບໃຫຍ່ຂຶ້ນໄປເປັນຜູ້ໃຫຍ່ທີ່ມີສຸຂະອະນາໄມທີ່ດີ ແລະ ສາມາດນຳເອົາຄວາມຮູ້ນີ້ໄປເຜີຍແຜ່ຕໍ່ໃຫ້ແກ່ຄອບຄົວ ແລະ ຊຸມຊົນຂອງຕົນເອງໄດ້.
ໃນຕອນທ້າຍຂອງພິທີຍັງໄດ້ມີການຈັດກິດຈະກຳຕວົຈິ່ງສາທິດໃນການລ້າງມື ແລະ ຖູແຂ້ວຂອງນ້ອງນ້ອຍນັກຮຽນ ຕື່ມອິກ.