


ໃນຕອນເຊົ້າ ວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມເມືອງ ທົ່ງມີໄຊ ແຂວງ ໄຊຍະບູລີ , ຄະນະໂຄສະນາອົບຮົມແຂວງ ນໍາໂດຍ ທ່ານ ນາງ ວິລະພອນ ທອງພີມ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົບແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຮອບດ້ານຢູ່ເມືອງ ທົ່ງມີໄຊ ແຂວງໄຊຍະບູລີ ມີທ່ານ ນາງ ບົວສອນ ອິນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງທົ່ງມີໄຊ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ.
ທ່ານ ນາງ ພຸດ ຈໍາປາດາ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງທົ່ງມີໄຊ ໄດ້ກ່າວລາຍງານວ່າ: ຕະຫຼອດໄລຍະ 9 ເດືອນຜ່ານມາຄະນະໂຄສະນາອົບຮົມເມືອງທົ່ງມີໄຊ ໄດ້ເຄືອນໄຫວຕາມພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະປະຈໍາພັກເມືອງ ໃນການເຄື່ອນໄຫວວຽກງານເພື່ອສຶກສາອົບຮົມຮົມ ການເມືອງ ແນວຄິດ. ໃຫ້ແກ່ສະມາຊິກພັກ, ພະນັກງານຢູ່ພາຍໃນ ຫ້ອງການອົງການ ກົມກອງ ແລະ ປະຊາຊົນບັນດາເຜົ່າ ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ມີຄວາມໝັກແໜ້ນ
ຄະນະໂຄສະນາອົບຮົມເມືອງທົ່ງມີໄຊ ປະກອບມີພະນັກງານ-ລັດຖະກອນທັງໝົດ 6 ທ່ານ, ຍິງ 3 ທ່ານ ແລະ ມີ 3 ໜ່ວຍງານຄື: ໜ່ວຍງານບໍລິຫານ , ໜ່ວຍງານອົບຮົມ ແລະ ໜ່ວຍງານໂຄສະນາ-ສື່ມວນຊົນ. ຕະຫຼອດໃນໄລຍະຜ່ານມາຄະນະໂຄສະນາອົບຮົມເມືອງທົ່ງມີໄຊ ໄດ້ເອົາໃຈໃສ່ ໄດ້ຊຸກຍູ້ ແລະ ຈັດຕັ້ງພິທີປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ, ທ່ານຜູ້ນໍາ ແລະ ເຜີຍແຜ່ເຊື່ອມຊືມການຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫ່ຍຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 1.700 ກ່ວາເທື່ອຄົນ, ຍິງ 1.000 ກ່ວາເທື່ອຄົນ ແລະ ເປີດຮຽນສະໜັບສະໜູນພ້ອມທັງອອກໃບຢັ້ງຢືນໄດ້ 14 ສະຫາຍ, ຍິ່ງ 11 ສະຫາຍ.
ຈາກ ນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອເຮັດໃຫ້ວຽກງານຂອງຄະນະໂຄສະນາອົບຮົມເມືອງໄດ້ຮັບການພັດທະນາດີຂຶ້ນ. ຕອນທ້າຍ ທ່ານ ນາງ ວິລະພອນ ທອງພີມ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົບແຂວງໄຊຍະບູລີ ຍັງໄດ້ຮຽກຮ້ອງໃຫ້ຄະນະໂຄສະນາອົບຮົມເມືອງສືບຕໍ່ເປັນເສນາທິການໃຫ້ແກ່ຄະນະປະຈໍາພັກເມືອງໃນການຈັດຕັ້ງເຊືີອມຊື່ມມະຕິກອງປະຊຸມ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໄຊຍະບູລີ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງ ໃຫ້ເລີກເຊິ່ງ ແລະ ກ້ວາງຂວາງ, ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ ເປັນວຽກງານປົກກະຕິແລະເປັນວຽກນື່ງທີ່ສໍາຄັນ ແລະ ສອດຫອຍເຂົ້າໃນທຸກຂົງເຂດວຽກງານໃຫ້ມີຄວາມໜັກແໜ້ນຕິດພັນກັບການໂຄສະນາປາຖະກະຖາໃຫ້ມີຫາກຫຼາຍສີສັນ, ເພື່ອປຸກລະດົມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ມີການພັດທະນາສ້າງເສດຖະກິດ- ສັງຄົມຂອງເມືອງໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ຖືກສໍາຄັນໃນການວຽກງານຂໍ້ມູນຂ່າວສານໃຫ້ສູງຂື່ນ, ປັບປຸງຕາໜ່າງຂ່າວທີ່ມີເນື້ອໃນທີ່ສົມບູນ ແລະ ຫັດກູມຂື້ນເພື່ອໃຫ້ ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດຢ່າງແທ້ຈິງ
ແລະ ເພີ່ມທະວີວຽກງານເກັບກໍາສະພາບແນວຄີດຫ່າງສຽງສັງຄົມເພື່ອເກັບກໍາໄດ້ ແລະ ສາມາດແກ່ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນກັບສະພາຍການ ແລະ ພ້ອມກັນປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມເມືອງໃຫ້ມີຄວາມເຂັ້ມແຂງຕື່ມອີກ.