ກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວເມືອງ ຄັ້ງທີ IX ເມືອງຫົງສາ.

ໃນວັນທີ 8 ຕຸລາ 2026 ນີ້ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວເມືອງ ຄັ້ງທີ IX ຂື້ນຢູ່ທີ່ສະໂມສອນໃຫຍ່ຂອງເມືອງ  ໂດຍການເປັນປະທານຂອງ ສະຫາຍ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຫົງສາ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ນາງ ຈັນທີ ຄໍາພູວົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ-ອົງການ, ກົມກອງ, ເລຂາ-ຮອງເລຂາອົງຄະນະພັກຮາກຖານຕາແສງ, ເລຂາໜ່ວຍພັກຮາກຖານບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະກອງປະຊຸມ ສະຫາຍ ນາງ ຈັນທີ ຄໍາພູວົງ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 05 ປີ (2021-2026) ແລະ ທິດທາງ 05 ປີ (2026-2030) ກ່ຽວກັບການຕີລາຄາຜົນສໍາເລັດການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຈາກນັ້ນ ສະຫາຍ ສົມຈິດ ແກ້ວພິລາ ຮອງຄະນະຈັດຕັ້ງເມືອງ ຂຶ້ນຜ່ານຮ່າງລາຍງານ ສະພາບການສ້າງຕາແສງ ໃນທົ່ວເມືອງ, ສະຫາຍ ຫຸ່ມແພງ ຈັນທະວອນ ຮອງເລຂາໜ່ວຍພັກ-ຮອງຫົວໜ້າຄະນະຈັດຕັ້ງເມືອງ ຂຶ້ນຜ່ານຮ່າງບົດລາຍງານ ຕີລາຄາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ 5 ປີ 2021-2025 ແລະ ທິດທາງແຜນການ 5 ປີ 2026-2030, ພ້ອມດຽວກັນນັ້ນ ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນເຈາະຈີ້ມຈາກຄະນະປະທານກອງປະຊຸມ ເພື່ອໃຫ້ຜູ້ແທນກອງປະຊຸມມີຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງການຂອງຕົນໃນໄລຍະ 5 ປີຜ່ານມາ ມີຄວາມສະດວກ, ຄວາມຫຍຸ້ງຍາກ, ວິທີປັບປຸງໃນຕໍ່ໜ້າ ຈາກນັ້ນ ຜູ້ແທນ, ຂະແໜງການທີ່ກ່ຽວຂ້ອງກໍ່ໄດ້ມີຄຳຄິດຄໍາເຫັນຫຼາຍຂະແໜງການຢ່າງກົງໄປກົງມາ, ນອກຈາກນັ້ນ ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນສັງລວມຕໍ່ຜົນການຈັດຕັ້ງປະຕິບັດມີຜົນສຳເລັດ, ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ ແລະ ເຜີຍແຜ່ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາຄຸ້ມຄອງ (ສະບັບປັບປຸງ), ຜ່ານຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ ລົງວັນທີ 21 ສິງຫາ 2026 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ. ແລະ ສະຫາຍ ພົມມາ ພົມມະຫານ ຮອງເລຂາພັກເມືອງ ກໍ່ໄດ້ຂຶ້ນເຜີຍແຜ່ເຊື່ອມມະຕິຕົກລົງ ສະບັບເລກທີ 61/ກມສພ, ລົງວັນທີ 18 ມິຖຸນາ 2026 ວ່າດ້ວຍການເພີ້ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ (ສະບັບປັບປຸງ) ແລະ ມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ປົກຄອງທົ່ວແຂວງ ຄັ້ງທີ VIII.

ໃນຕອນທ້າຍ ຜູ້ແທນກອງປະຊຸມກໍ່ໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກສະຫາຍ ພອນສະຫວັນ ໄຊົສມພັນ ກໍາມະການປະຈໍາພັກພັກແຂວງ,  ຫົວໜ້າຄະນະຈັດຕັ້ງແຂວງ ເຊິ່ງໄດ້ຍົກໃຫ້ເຫັນການສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ແລະ ການປົກຄອງໃນ 5 ປີຜ່ານມາຂອງເມືອງຫົງສາ ແລະ ມີທິດຊີ້ນໍາຕໍ່ຜູ້ແທນກອງປະຊຸມໃຫ້ສືບຕໍ່ ແລະ ເອົາໃຈໃສ່ດັ່ງນີ້: ຕ້ອງສືບຕໍ່ຍົກສູງບົດບາດການນໍາພາຂອງຄະນະພັກແຕ່ລະຂັ້ນ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຮັບປະກັນການກໍາອໍານາດຂອງພັກໄວ້ຢ່າງໝັ້ນຄົງ, ໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານພັກ-ພະນັກງານໃຫ້ເປັນລະບົບຕໍ່ເນື່ອງ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມທິດກະທັດຫັດ-ຫັນເປັນທັນສະໄໝ ແລະ ມີປະສິດທິຜົນ, ເອົາໃຈໃສ່ຊີ້ນໍາຢ່າງໃກ້ສິດຕໍ່ຕາແສງ ໃຫ້ສາມາດເຄື່ອນໄຫວໄປຕາມພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງຕັ້ງໜ້າໃຫ້ກາຍເປັນບ່ອນອີງຂອງຮາກຖານ, ເອົາໃຈໃສ່ຕໍ່ວຽກງານການແຂ່ງຂັນຮັກຊາດແລະການພັດທະນາໃຫ້ປະຕິບັດໃຫ້ຖືກຕ້ອງເໝາະສົມກັບຜົນງານ ແລະ ວຽກງານຕົວຈິງໄປຕາມທິດທີ່ດີຂື້ນ, ໃຫ້ກະກຽມເນື້ອໃນ-ວຽກງານຮອບດ້ານໂດຍຕິດພັນກັບຂະບວນການຕ່າງຂອງພັກ-ລັດ ເພື່ອກະກຽມໃສ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ (ຂັ້ນບ້ານ, ຂັ້ນເມືອງ ແລະ ຂັ້ນແຂວງ) ໃຫ້ມີຄວາມພ້ອມ ແລະ ທັນເວລາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa