

ໃນວັນທີ 1 ຕຸລາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຄົນພິການແຫ່ງຊາດ ຄົບຮອບ 34 ປີ (3 ທັນວາ 1992-3 ທັນວາ 2026) ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 27 ປີ (1 ຕຸລາ 1999-1 ຕຸລາ 2026) ຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ປະທານຄະນະກຳມະການປົກຄອງຕາແສງ, ພະນັກງານອາວຸໂສບຳນານ, ນາຍບ້ານເທດສະບານເມືອງ ພ້ອມດ້ວຍຜູ້ອາຍຸສູງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ກ່ອນຈະເຂົ້າສູ່ພິທີທາງການ, ຜູ້ເຂົ້າຮ່ວມໄດ້ຮັບຊົມ ແລະ ຮັບຟັງການເສບດົນຕີລາວເດີມ ພ້ອມທັງການຮ້ອງເພັງຈາກບັນດາຜູ້ອາຍຸສູງ ເຊິ່ງສ້າງບັນຍາກາດໃຫ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ. ຈາກນັ້ນ, ທ່ານ ຄຳປຸ່ນ ນວນສະບັບ ໄດ້ກ່າວປາໄສຕໍ່ພິທີວ່າ: ໃນທົ່ວໂລກປັດຈຸບັນ ມີຄົນພິການຫຼາຍກວ່າ 1 ຕື້ຄົນ ຫຼື ເທົ່າກັບ 15% ຂອງປະຊາກອນໂລກ ທີ່ດຳລົງຊີວິດຢູ່ກັບຄວາມເປັນຄົນພິການ ແລະ ຜູ້ອາຍຸສູງ 60 ປີຂຶ້ນໄປ ມີປະມານ 600 ກວ່າລ້ານຄົນທົ່ວໂລກ ເຊິ່ງຕົວເລກດັ່ງກ່າວຈະເພີ່ມຂຶ້ນເປັນຈຳນວນເທົ່າຕົວ. ພວກເຂົາເຈົ້າເຫຼົ່ານັ້ນຍັງປະເຊີນກັບສິ່ງກີດຂວາງຕ່າງໆ ເນື່ອງຈາກໂຄງສ້າງຂອງສັງຄົມ, ການພັດທະນາເສດຖະກິດ, ທັດສະນະຄະຕິ, ການມີສ່ວນຮ່ວມ ແລະ ຄວາມສະເໝີພາບ ທັງຢູ່ໃນຄອບຄົວ ແລະ ສັງຄົມ ເຊິ່ງເຫັນໄດ້ຈາກລະບົບການສຶກສາ, ການປິ່ນປົວ, ການຟື້ນຟູສຸຂະພາບ, ການຝຶກວິຊາຊີບ ແລະ ການມີວຽກເຮັດງານທຳ ຕະຫຼອດຈົນການສະໜັບສະໜູນດ້ານນິຕິກຳ ແລະ ການເຊື່ອມໂຍງຄົນພິການ-ຜູ້ອາຍຸສູງ ເຂົ້າໃນຂະບວນການພັດທະນາຍัງບໍ່ທັນສູງເທົ່າທີ່ຄວນ.
ທ່ານຍັງໄດ້ເນັ້ນຕື່ມວ່າ: ພັກ ແລະ ລັດຖະບານ ຍາມໃດກໍໄດ້ເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ເວົ້າສະເພາະແມ່ນຜູ້ພິການ, ເດັກນ້ອຍ, ແມ່ຍິງ ແລະ ຜູ້ອາຍຸສູງ ມາໂດຍຕະຫຼອດ ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນຮອດຍຸກປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ລັດຖະບານ ສປປ ລາວ ໄດ້ອອກ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ ສະບັບເລກທີ 323/ລບ, ລົງວັນທີ 6 ກັນຍາ 2013 ເພື່ອເປັນຕົວແທນໃນການຄົ້ນຄວ້າ, ກຳນົດນະໂຍບາຍ ແລະ ລະບຽບກົດໝາຍ ແນໃສ່ປົກປ້ອງ ແລະ ສົ່ງເສີມສິດທິຂອງຄົນພິການ ແລະ ຜູ້ອາຍຸສູງ. ນອກຈາກນັ້ນ, ຍัງໄດ້ໃຫ້ສັດຕະຍາບັນເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍສິດທິຂອງຄົນພິການໃນປີ 2009 ແລະ ໄດ້ຈັດຕັ້ງປະຕິບັດແຜນຍຸດທະສາດຕ່າງໆໃນລະດັບພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ. ພ້ອມດຽວກັນນັ້ນ, ກໍໄດ້ຍຶດໝັ້ນປະຕິບັດຕາມຄຳຂວັນ: ສຳລັບຄົນພິການ: “ການມີສ່ວນຮ່ວມ, ການເຂົ້າເຖິງ ແລະ ການສ້າງຕັ້ງຄວາມເຂັ້ມແຂງໃຫ້ຄົນພິການ” ສຳລັບຜູ້ອາຍຸສູງ: “ຄົນອາຍຸສູງແມ່ນບັນຫາໜຶ່ງໃນການພັດທະນາ, ຜູ້ອາຍຸສູງທີ່ມີສຸຂະພາບແຂງແຮງແມ່ນຊັບພະຍາກອນຂອງຄອບຄົວ, ຊຸມຊົນ ແລະ ເສດຖະກິດ”
ພາຍຫຼັງສິ້ນສຸດພິທີທາງການແລ້ວ, ຍັງໄດ້ມີການຈັດກິດຈະກຳກວດສຸຂະພາບ, ແຈກຍາຍຢາ ພ້ອມທັງຈັດກິດຈະກຳຕ່າງໆ ເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ບັນດາຜູ້ອາຍຸສູງ ແລະ ຜູ້ເຂົ້າຮ່ວມຢ່າງຟົດຟື້ນ.