


ຫ້ອງການ ຄະນະໂຄສະນາອົບຮົມເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ I ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຂຶ້ນໃນຕອນເຊົ້າຂອງວັນທີ 28 ກັນຍາ 2026 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ. ພິທີດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; ໂດຍໃຫ້ກຽດເຂົ້າຮ່ວມເປັນວິທະຍາກອນຂອງ ສະຫາຍ ສົມປະສົງ ໄຊຍະລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມພິທີມີບັນດາສະຫາຍ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກສຳນັກງານ, ອົງການ, ກົມກອງ ແລະ ຕາແສງພາຍໃນເມືອງ ເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 2 ສະຫາຍ.
ການຝຶກອົບຮົມໃນຄັ້ງນີ້ ໄດ້ຮຽນຮູ້ກ່ຽວກັບບັນຫາພື້ນຖານວຽກງານຫາງສຽງສັງຄົມ,ການເກັບກຳ,ຕິດຕາມແລະນນຳໃຊ້ຫາງສຽງສັງຄົມ ,ຕາໜ່າງເພື່ອນຮ່ວມງານ,ວຽກງານຄົ້ນຄ້ວາສັງລວມ,ບາງບົດຮຽນກ່ຽວກັບເນື້ອໃນຂ່າວ,ຂັ້ນຕອນການຖະແຫຼງຂ່າວ ,ຈຸດປະສົງ ແລະ ເນື້ອໃນສຳຄັນຂອງຊຸດຝຶກອົບຮົມແມ່ນເພື່ອເນັ້ນໃສ່ການຍົກລະດັບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ເຈົ້າໜ້າທີ່ໃນການເກັບກຳ, ສະຫລຸບ, ສັງລວມ ແລະ ວິເຄາະຂໍ້ມູນຫາງສຽງສັງຄົມ ຢ່າງມີວິທະຍາສາດ, ເພື່ອໃຫ້ສາມາດຕິດຕາມ, ສະທ້ອນ ແລະ ລາຍງານສະພາບແນວຄິດ, ຄວາມຄິດເຫັນຂອງປະຊາຊົນຕໍ່ກັບນະໂຍບາຍ ແລະ ສະພາບການຕ່າງໆ , ແນ່ໃສ່ໃຫ້ຜູ້ເຂົ້າຮ່ວມນຳເອົາຄວາມຮູ້, ທັກສະທີ່ໄດ້ຮັບຈາກການຝຶກອົບຮົມໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຢູ່ອົງການແລະທ້ອງຖິ່ນຂອງຕົນໃຫ້ມີປະສິດ ທິພາບສູງຂຶ້ນ.
ໃນຕອນທ້າຍຂອງພິທີ ສະຫາຍ ຄຳພັນ ພັນທະວົງ ປະທານພິທີໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ເຊິ່ງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທຸກສະຫາຍ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບ, ນຳເອົາບົດຮຽນ ແລະ ເຕັກນິກການສັງລວມຫາງສຽງສັງຄົມທີ່ໄດ້ຮຽນຮູ້ໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານເພື່ອເປັນເສນາທິການໃຫ້ແກ່ຄະນະພັກ, ອົງການປົກຄອງເມືອງ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສາມາດແກ້ໄຂບັນຫາທີ່ສັງຄົມໃຫ້ຄວາມສົນໃຈໄດ້ຢ່າງຖືກຕ້ອງ ແລະ ເໝາະສົມ.