

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII. ໃນວັນທີ 28 ກັນຍາ 2026 ຢູທີ່ຫ້ອງປະຊຸມຂອງເມືອງ ພິທີດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ. ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະບໍລິຫານງານພັກຮາກຖານຕາແສງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານລັດຖະກອນ,ທະຫານ, ຕຳຫຼວດ ສຳນັກງານອົງການ, ກົມກອງ ອ້ອມຂ້າງເມືອງ ກໍ່ເຂົ້າຮ່ວມຮັບຟັງ.ຈຸດປະສົງສຳຄັນຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອນໍາພາສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ທີ່ຂຶ້ນກັບການຄຸ້ມຄອງຂອງຄະນະບໍລິຫານງານພັກເມືອງ ໃຫ້ໄດ້ຮັບຟັງ ແລະ ກໍາແໜ້ນບັນດານິຕິກໍາຂອງສູນກາງພັກໃນໄລຍະໃໝ່ຢ່າງເລິກເຊິ່ງ ແລະ ຖືກຕ້ອງ. ອີກທັງຍັງເປັນການຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສ້າງຄວາມເປັນເອກະພາບທາງດ້ານທັດສະນະ ໃນທິດທາງການນໍາພາ-ຄຸ້ມຄອງ ເຂົ້າໃນວຽກງານຈັດຕັ້ງ ແລະ ການປົກຄອງໃຫ້ມີຜົນສໍາເລັດ.
ໃນກອງປະຊຸມ, ສະຫາຍ ຄຳພັນ ຄຳພູບົວ ປະທານພິທີ ໄດ້ໃຫ້ກຽດຂຶ້ນໂອ້ລົມ ແລະ ເຜີຍແຜ່ເອກະສານສຳຄັນຫຼາຍສະບັບ ເຊິ່ງປະກອບມີ:
- ຂໍ້ກໍານົດຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 03/ຄລສພ ວ່າດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນວຽກ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງເມືອງ, ນະຄອນ.
- ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ.
ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບກຽດຈາກ ສະຫາຍ ນາງ ດາວັນ ພະວົງຈິດ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ຂຶ້ນເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII. ນອກຈາກນີ້, ສະຫາຍ ນາງ ພອນມະນີ ແລງສຸທິພົງ ຫົວໜ້າຄະນະຈັດຕັ້ງເມືອງ ກໍໄດ້ຂຶ້ນເຜີຍແຜ່ມະຕິວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ ພ້ອມທັງຜ່ານບົດຄໍາເຫັນໂອ້ລົມ ຂອງສະຫາຍເລຂາພັກແຂວງຕໍ່ກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງໄຊຍະບູລີ ຄັ້ງທີ VIII.
ຜ່ານການຮັບຟັງ ແລະ ເຊື່ອມຊຶມໃນກອງປະຊຸມຄັ້ງນີ້, ຄວາມຮູ້ ແລະ ທິດທາງທີ່ໄດ້ຮັບຈະກາຍເປັນ “ເຂັມທິດເຍືອງທາງ” ແລະ ເປັນ “ພະລັງແຮງສັງຮວມ” ໃຫ້ກັບຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີການຫັນປ່ຽນຢ່າງແຂງແຮງ. ກອງປະຊຸມໄດ້ຮຽກຮ້ອງໃຫ້ທຸກພາກສ່ວນພ້ອມກັນສ້າງສາພັດທະນາເມືອງພຽງໃຫ້ມີຄວາມຈະເລີນຮຸ່ງເຮືອງ, ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຍິ່ງໆຂຶ້ນໄປ.