

ອິງຕາມການລາຍງານ ຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ ຕໍ່ກອງປະຊຸມຄະນະກໍາມະການປົກຄອງເມືອງ ປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026.ທີຈັດຂື້ນໃນ ວັນທີ 25 ກັນຍາ 2026 ນີ້ ຢູ່ທີຫ້ອງປະຊຸມຫ້ອງວ່າການເມືອງ ເມືອງເງິນ ແຂວງ ໄຊຍະບູລີ.:
ເຊີ່ງສະຫາຍກ່າວວ່າ: ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດຂອງອົງຄະນະພັກເມືອງເງິນ, ບວກກັບຄວາມ ເປັນເຈົ້າການຂອງບັນດາຂະແໜງການ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າ,ທົ່ວເມືອງຍັງສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ເສດຖະກິດ-ສັງຄົມ ຂອງເມືອງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.ໂດຍສຸ່ມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ສຸ່ມໃສເສີມຂະຫຍາຍ ເສດຖະກິດເອກະລາດເປັນເຈົ້າຕົນເອງ ອັນທີ່ພົ້ນເດັ່ນໃນໄລຍະ 9 ເດືອນຜ່ານມາ ເມືອງເງິນສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ ເທົ່າກັບ 76.39% ຂອງແຜນການປີ; ດ້ານລາຍຈ່າຍ ປະຕິບັດໄດ້ 2.2 ຕື້ກີບ ເທົ່າກັບ 59.91% ຂອງແຜນການປີ. ເອົາຂໍ້ມູນ ຕອນດິນເຂົ້າລະບົບທັນສະໄໝ (LTMS) ໄດ້ 9,553 ຕອນ (ປັກໝຸດ 9,553 ຕອນ). ໂຄງການລົງທຶນພັດທະນາທັງໝົດ 52 ໂຄງການ ມູນຄ່າ 119.77 ຕື້ກີບ (ຊໍາລະແລ້ວ 42.45 ຕື້ກີບ, ໜີ້ຄ້າງຈ່າຍ 77.32 ຕື້ກີບ, ສຳເລັດໜ້າວຽກ 89.12%), ໃນນັ້ນມີ 13 ໂຄງການໄດ້ຮັບອະນຸມັດທຶນປີ 2026 ມູນຄ່າ 5.03 ຕື້ກີບ. ຊຸກຍູ້ສົ່ງເສີມການຜະລິດ ແລະ ຈຳໜ່າຍອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳແຜ່ນແພລວມມູນຄ່າ 9,7 ຕື້ກີບ, ການຈໍລະຈອນສິນຄ້າຜ່ານດ່ານສາກົນນ້ຳເງິນ ບັນລຸ 175.10 ລ້ານໂດລາ (ນຳເຂົ້າ 170.57 ລ້ານໂດລາ, ສົ່ງອອກ 4.53 ລ້ານໂດລາ), ສົ່ງເສີມສິນຄ້າ OTOP ແລະ ຊາຂີງ, ຊາຂີ້ໜີ້ນ ມູນຄ່າ 304.89 ລ້ານກີບ. ຕິດຕາມກອງທຶນພັດທະນາຂັ້ນບ້ານ, ທະນາຄານບ້ານ ມີເງິນ 34.49 ຕື້ກີບ. ຕິດຕາມຊຸກຍູ້ໂຄງການກໍ່ສ້າງ-ສ້ອມແປງເສັ້ນທາງ ແລະ ພື້ນຖານ ໂຄງລ່າງພາຍໃນເມືອງໃຫ້ໄປຕາມເຕັກນິກ ແລະ ສັນຍາ ເຊັ່ນ: ໂຄງການກໍ່ສ້າງທາງປາກແຄນ-ຫ້ວຍເງີຍ, ທາງບ້ານ ທອງ-ປາງບົງ ປະຕິບັດໄດ້ 82%; ໂຄງການປັບປຸງ ແລະ ສ້ອມແປງດ່ານສາກົນນ້ຳເງິນ ປະຕິບັດໄດ້ 66%; ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນບ້ານຂອນ ແລະ ບ້ານນໍ້າເງິນ ປະຕິບັດໄດ້ 47.55%; ໂຄງການກໍ່ສ້າງທາງບ້ານນໍ້າທົນ ແລະ ນໍ້າວັນ ປະຕິບັດໄດ້ 34%; ໂຄງການກໍ່ສ້າງເສັ້ນທາງບ້ານກາງ ແລະ ທາງເວັ້ນຕົວເມືອງເຂດບ້ານບີໝີ ສໍາເລັດ 39%; ໂຄງການກໍ່ສ້າງທາງບ້ານນໍ້າເງິນ ປະຕິບັດໄດ້ 32%; ໂຄງການກໍ່ສ້າງຕ້ານເຈື່ອນບ້ານແກ້ວດອນຄູນ ສໍາເລັດ 90%; ໂຄງການກໍ່ສ້າງທາງປູເບຕົງບ້ານແກ້ວດອນຄູນ ແລະ ບ້ານຫຼວງມີໄຊ ສຳເລັດ 100%; ແລະ ໂຄງການກໍ່ສ້າງຫໍພັກ ພະນັກງານຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງປາກແບງ ປະຕິບັດໄດ້ 35%.ແລະ ວຽກງານອື່ນໆໄດ້ຮັບປັບປຸງ -ຂະຫຍາຍຕົວຢ່າງເປັນລະບົບຕໍ່ເນື່ອງ.