ເມືອງຊຽງຮ່ອນ ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານຄັ້ງທີ II  ໄດ້ຈັດຂື້ນໃນວັນທີ 24 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມບູນ ຂຽວພະນາ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີທ່ານ ສົມປະສົງ ໄຊຍະລາດ ຮອງຫົວໜ້າຄະນະໂຄສະນາອົມຮົມ ແຂວງໄຊຍະບູລີ, ມີຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ, ພ້ອມດ້ວຍນັກສຳມະນາກອນ ແລະ ເພື່ອນຮ່ວມງານກ່ຽວກັບການເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂອງເມືອງເຂົ້າຮ່ວມ.

ການຈັດຊຸດຝຶກອົບຮົມໃນຄັ້ງນີ້ສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບ ບັນຫາພື້ນຖານ ວຽກງານແນວຄິດຫາງສຽງສັງຄົມ, ວິທີການຕິດຕາມ ເກັບກຳ ແລະ ການນຳໃຊ້ສະພາບແນວຄິດ-ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ, ຕາໜ່າງເພືອນຮ່ວມງານ, ວຽກງານຄົ້ນຄວ້າ-ສັງລວມ ແລະ ບາງບົດຮຽນກ່ຽວກັບເນື້ອໃນຂ່າວ-ຂັ້ນຕອນການຖະແຫຼງຂ່າວ. ຈຸດປະສົງໃນການຈັດຊຸດຝຶກອົບຮມໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ນັກສຳມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາພື້ນຖານຂອງວຽກງານແນວຄິດຫາງສຽງສັງຄົມ ໂດຍສະເພາະແມ່ນຫຼັກການທິດນຳໃນການເຮັດວຽກງານແນວຄິດຫາງສຽງສັງຄົມ ຄວາມໝາຍຄວາມສຳຄັນ ແລະ ຄວາມແຕກຕ່າງສະຫວ່າງສະພາບແນວຄິດຫາງສຽງສັງຄົມ ຂ່າວລື ແລະ ຖ້ອຍທຳນອງບິດເບືອນ ພາລະບົດບາດ ສິດ ໜ້າທີ່ຂອງໜ່ວຍງານທີ່ເຮັດວຽກງານຕິດຕາມ ເກັບກຳສະພາບແນວຄິດຫາງສຽງສັງຄົມ ມາດຖານ ແລະ ຄຸນທາດຂອງຜູ້ຮັບຜິດຊອບ, ຮັບຮູ້ເຂົ້າໃຈກ່ຽວກັບວິທີການຕິດຕາມ ເກັບກຳສະພາບແນວຄິດຫາງສຽງສັງຄົມ ພ້ອມທັງນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ຖືກຕ້ອງສອດຄ່ອງກັບຫຼັກການທີ່ໄດ້ກຳນົດໄວ້ ພ້ອມກັນນັ້ນຍັງໄດ້ແບ່ງກຸ່ມຄົ້ນຄວ້າ ເຮັດທົດລອງ ຕັ້ງຄຳຖາມ ແລະ ຕອບຂໍ້ຂອບໃຈ ໃນໂອກາດດຽວກັນນີ້ກໍ່ໄດ້ມອບໃບຢັ້ງຢືນໃຫ້ກັບນັກສຳມະນາກອນທີ່ໄດ້ຜ່ານການຝຶກອົບຮົມໃນຄັ້ງນີ້ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa