

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງບໍ່ແຕນ ແຂວງໄຊຍະບູລີ ປະຈຳສົກຮຽນ 2025-2026 ໄດ້ຈັດຂື້ນໃນວັນທີ 24 ກັນຍາ 2026 ທີຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ຂຸນທະວີ ບຸນທະວົງ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ ມີຄະນະພັດທະນາການສຶກສາຂັ້ນເມືອງ,ຜູ້ບໍລິຫານການສຶກສາ ແລະ ກິລາ,ພະນັກງານຄູ-ອາຈານວິຊາການທີກ່ຽວຂ້ອງເຂົ້າຮ່ວມ.ໃນກອງປະຊຸມໄດ້ຮັບຟັງການຜ່ານມະຕິກອງປະຊຸມ ຜູ້ບໍລິ ຫານການສຶກສາ ,ຮັບຟັງການການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາໃນທົ່ວເມືອງສົກຮຽນ 2025-2026 ແລະ ແຜນພັດທະນາການສຶກສາໃນສົກປີ2026-2027,ລາຍງານຜົນຂອງການວິໄຈວິທະຍາສາດການສຶກສາ ຫົວຂໍ້ ປັດໃຈທີ່ສົ່ງຜົນຕໍ່ຄຸນນະພາບການຮຽນ-ການສອນ ການຈັດຕັ້ງປະຕິບັດວຽກງານກວດກາຮອບດ້ານສົກຮຽນ2024-2025 ລາຍງານຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງປະຈຳສົກຮຽນ 2024-2025 ຍົກໃຫ້ເຫັນບັນດາຜົນງານການຈັດຕັ້ງປະຕິບັດວຽກງານການສຶກສາໃນທົ່ວເມືອງ, ດ້ານດີ, ດ້ານຄົງຄ້າງ ແລະ ວິທີທາງແກ້ໄຂໃນຕໍ່ໜ້າ, ພ້ອມທັງວາງທິດທາງວຽກງານຈຸດສຸມໃນຕໍ່ໜ້າເປັນຕົ້ນແມ່ນຜົນການ ຈັດຕັ້ງປະຕິບັດບັນດາ 16 ຄາດໝາຍ ແລະ 20 ຕົວຊີ້ບອກຂອງຂະແໜງການ ສຶກສາທິການ ແລະ ກິລາໄດ້ກຳນົດໄວ້. ເພື່ອແກ້ໄຂບັນຫາທ້າທາຍໃນການພັດທະນາການສຶກສາ ແລະ ກິລາ, ການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະ ກິລາສົກຮຽນ 2026-2027 ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຮັບປະກັນໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທຸກຄົນໄດ້ຮັບໂອກາດ ເທົ່າທຽມກັນ, ຄຸນນະພາບການສຶກສາໄດ້ຮັບການປັບປຸງ ແລະ ມີຄຸນນະພາບ, ວຽກງານກິລາ-ກາຍຍະກຳໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ເປັນຂະບວນການຟົດພື້ນ.ໃນວາລະດຳເນີນກອງປະຊຸມ ຄະນະປະທານກອງປະຊຸມ ແລະ ບັນດາຜູ້ບໍລິຫານການສຶກສາໄດ້ປະກອບຄຳຄິດເຫັນຕໍ່ກັບບັນດາຜົນງານດ້ານຕ່າງໆລວມເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກພ້ອມກັນຫາວິທີທາງແກ້ໄຂບັນຫາທີຍັງບໍ່ທັນຈັດຕັ້ງປະຕິບັດໄດ້ດີ ແລະ ບໍ່ທັນບັນລຸຄາດໝາຍຕົວຊີ້ບອກ ໂດຍສະເພາະແມ່ນຄະນະພັກ, ອົງການປົກຄອງທຸກຂັ້ນຈົ່ງສືບຕໍ່ນໍາພາຊີ້ນໍາຢ່າງໃກ້ຊິດ ແລະ ປຸກລະດົມທຸກພາກສ່ວນສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາ, ສ້າງການຫັນປ່ຽນວຽກງານການສຶກສາໃຫ້ໄປສູ່ຄຸນນະພາບໃໝ່, ກໍາແໜ້ນມາດຕະການປະຕິບັດ 16 ຄາດໝາຍ 20 ຕົວຊີ້ບອກທີ່ສະພາປະຊາຊົນນແຂວງຮັບຮອງໃຫ້ບັນລຸເທື່ອລະກ້າວ ປັບປຸງພື້ນຖານໂຄງລ່າງການສຶກສາ ແລະ ກິລາ, ສະໜອງອຸປະກອນການຮຽນ – ການສອນໃຫ້ພຽງພໍ, ແກ້ໄຂບັນຫາປະກົດການຍໍ້ທໍ້ຕ່າງໆພາຍໃນໂຮງຮຽນໃຫ້ຫຼຸດລົງເທື່ອລະກ້າວ ແລະ ພ້ອມກັນນໍາເອົາ ເນື້ອໃນຄາດໝາຍກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກໃນວຽກງານຕົວຈິງໃຫ້ໄດ້ຮັບຜົນດີ .