
ໃນຕອນເຊົ້າຂອງ ວັນທີ 25 ກັນຍາ 2026 ເວລາ 8ໂມງ 00 ນາທີ ຢູ່ທີຫໍປະຊຸມຕາແສງບວມເລົາ-ຜາແກ້ວເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີສ້າງຕັ້ງກໍາມະບານຮາກຖານຕາແສງບວມເລົາ-ຜາແກ້ວ ຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງຈັນເພັງ ສີບົວຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນໍາວຽກງານການເມືອງ-ແນວດຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີສະຫາຍ ນາງ ມິກທອງ ໄຊຍະບຸນ ກໍາມະການພັກເມືອງ, ປະທານຄະນະບໍລິຫານງານສະຫະພັນກໍາມະບານເມືອງ ພ້ອມດ້ວຍທີມງານ, ມີສະຫາຍ ພອນປະດິດ ພູນສະຫວັດ ກຳມະການພັກເມືອງ ປະທານຄະນະກຳມະບານປົກຄອງຕາແສງບວມເລົາ-ຜາແກ້ວ ,ມີກໍາມະການຄະນະບໍລິຫານງານສະຫະພັນກຳມະບານເມືອງ, ຄະນະປະທານກໍາມະບານຮາກຖານ ແລະ ສະມາຊິກກໍາມະບານເຂດຕາແສງບວມເລົາ – ຜາແກ້ວ ເຂົ້າຮ່ວມທັງໝົດ 79 ສະຫາຍ, ຍິງ 38 ສະຫາຍ.
ໃນວາລະພິທີ ສະຫາຍ ສຸພີ ເມືອງມະນີ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານເມືອງ ໄດ້ຜ່ານມະຕິຕົກລົງສ້າງຕັ້ງກໍາມະບານຮາກຖານຕາແສງບວມເລົາ-ຜາແກ້ວ ສະບັບເລກທີ 114/ສກມ.ປລ, ລົງວັນທີ 24 ກັນຍາ 2026, ຜ່ານມະຕິໂຮມກໍາມະບານຮາກຖານ ສະບັບເລກທີ 115/ສກມ,ປລ, ລົງວັນທີ 24 ກັນຍາ 2026 ເຫັນດີໂຮມກໍາມະບານຮາກຖານ ບ້ານໃຫຍ່ບວມເລົາ-ຜາແກ້ວ, ກຳມະບານຮາກຖານປະຖົມປ່າໄລ່, ກໍາມະບານຮາກຖານປະຖົມລາດສະຫວ່າງ – ໂຮງໝໍນ້ອຍ, ກໍາມະບານຮາກຖານຂອນແກ່ນ-ນໍ້າຍາງ-ຫ້ວຍເຫຼັກ ແລະ ກຳມະບານຮາກຖານປະຖົມວັງຍາວ – ປອນຂ້າມ – ຫ້ວຍຄວາຍ ເຂົ້າກັບກຳມະບານຮາກຖານຕາແສງບວມເລົາ -ຜາແກ້ວ ເອີ້ນວ່າ ກຳມະບານຮາກຖານຕາແສງບວມເລົາ-ຜາແກ້ວ, ຜ່ານມະຕິບົ່ງຕົວແຕ່ງຕັ້ງຄະນະປະທານກໍາມະບານຮາກຖານ ສະບັບເລກທີ 116/ສກມ.ປລ, ລົງວັນທີ 24 ກັນຍາ 2026 ເຫັນດີບົ່ງຕົວແຕ່ງຕັ້ງຄະນະກຳມະບານຮາກຖານ 5 ສະຫາຍ, ຍິງ 0 ສະຫາຍ ມີລາຍຊື່ດັງນີ້ ສະຫາຍ ພູໄຊ ສີວິໄລ ເປັນປະທານ , ສະຫາຍ ກູດ ທອງປະເສີດ ເປັນຮອງປະທານ, ເປັນປະທານກວດກາ, ສະຫາຍ ບຸນໄທ ສິງທອງ ເປັນຮອງ , ສະຫາຍ ວິວັນ ສາຍບຸນມີເປັນຮອງ,ສະຫາຍ ສົມວັນ ພັນທະວົງ ເປັນຮອງ ແລະ ຜ່ານຂໍ້ຕົກລົງບົ່ງຕົວແຕ່ງຕັ້ງຄະນະຮັບຜິດຊອບຂະບວນແຂ່ງຂັນ 5 ເປັນເຈົ້າຂອງຮາກຖານ ສະບັບເລກທີ 117/ສກມ.ປລ ລົງວັນທີ 24 ກັນຍາ 2026 ເຫັນດີບົ່ງຕົວແຕ່ງຕັ້ງ 3 ສະຫາຍ, ຍິງ 2 ສະຫາຍ ມີລາຍຊື່ດັງນີ້: ທ່ານ ບຸນໄທ ສິງທອງ ເປັນຫົວໜ້າ,ທ່ານ ນາງ ສັງຂານ ແກ້ວວິຈິດ ເປັນຮອງ,ທ່ານ ນາງ ແສງຕາດໍາ ສິລິປັນຍາເປັນຄະນະ
ໃນຕອນທ້າຍພິທີຖືເປັນກຽດຢ່າງສູງທີ່ໄດ້ຮັບຟັງການມີຄໍາເຫັນຊີ້ນໍາ ຂອງ ສະຫາຍ ນາງຈັນເພັງ ສີບົວຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນໍາວຽກງານການເມືອງ-ແນວດຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງເໜັ້ນໜັກໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງຈົ່ງເຊີດຊູບົດບາດໜ້າທີ່ການເມືອງ ທີ່ຖືກມອບໝາຍໃຫ້ສູງ ຊີ້ນໍາຄະນະປະທນກໍາມະບານຮາກຖານຕາແສງບວມເລົາ – ຜາແກ້ວ ຈົ່ງຕັ້ງໜ້າເອົາໃຈ ໃສ່ໃນການປະຕິບັດໜ້າທີ່ວຽກງານກໍາມະບານໃນໄລຍະໃໝ່ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.