ຄະນະບໍລິຫານງານສະຫະພັນກໍາມະບານເມືອງ ບົ່ງຕົວແຕ່ງຕັ້ງສະຫາຍ ຄອນສະຫວັນ ໄຊຍະວົງເປັນປະທານກຳມະບານຮາກຖານຕາແສງເມືອງວາ.

ພິທີປະກາດສ້າງຕັ້ງໜວ່ຍກໍາມະບານ ແລະ ຄະນະໜວ່ຍກໍາມະບານຮາກຖານຕາແສງເມືອງວາ ເມືອງປາກລາຍແຂວງໄຊຍະບູລີ ໄດ້ຈັດຂື້ນໃນຕອນເຊົ້າຂອງ ວັນທີ 1ຕຸລາ 2026 ທີ່ຫໍປະຊຸມຕາແສງເມືອງວາ ໂດຍການໃຫ້ກຽດເຂົ້າຮວ່ມຂອງສະຫາຍ ນາງຈັນເພັງ ສີບົວຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນໍາວຽກງານການເມືອງ-ແນວດຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີສະຫາຍ ນາງ ມິກທອງ ໄຊຍະບຸນ ກໍາມະການພັກເມືອງ, ປະທານ ສະຫະພັນກໍາມະບານເມືອງ ພ້ອມດ້ວຍທີມງານ, ມີຄະນະກຳມະບານປົກຄອງຕາແສງ,ເລຂາໜວ່ຍພັກບ້ານ,ອໍານວຍການໂຮງຮຽນ ຄະນະປະທານກໍາມະບານຮາກຖານ ພ້ອມດວ້ຍສະມາຊິກກໍາມະບານເຂດຕາແສງເມືອງວາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ສຸພີ ເມືອງມະນີ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານເມືອງ ໄດ້ຜ່ານມະຕິຕົກລົງເລກທີ 119/ສກມ.ປລ ວ່າດ້ວຍການສ້າງຕັ້ງກໍາມະບານຮາກຖານຕາແສງເມືອງວາ

,ມະຕິຕົກລົງເລກທີ120ວ່າດວ້ຍການໂຮມກໍາມະບານຮາກຖານ ເຫັນດີໂຮມກໍາມະບານຮາກຖານໂຮງຮຽປະຖົມເມືອງວາ,ໂຮງຮຽນປະຖົມບົວບານ-ສຸກສາລາ,ໂຮງຮຽນປະຖົມນາໃໝ່-ບ້ານໂພນ,ໂຮງຮຽນປະຖົມປົ່ງຫວານ-ນາຄໍາ,ໂຮງຮຽນປະຖົມ-ມໍຕົ້ນຫວ້ຍມົດສົ້ມ ແລະ ໂຮງຮຽນປະຖົມທ່າມີໄຊ-ບ້ານໂຄກສະຫວັນ ເຂົ້າກັບກໍາມະບານຮາກຖານຕາແສງເມືອງວາເອີ້ນວ່າ: ກໍາມະບານຮາກຖານຕາແສງເມືອງວາ ແລະ ຜ່ານມະຕິຕົກລົງເລກທີ121 ວ່າດວ້ຍການບົ່ງຕົວແຕ່ງຕັ້ງຄະນະປະທານກໍາມະບານຮາກຖານ ໂດຍເຫັນດີບົ່ງຕົວແຕ່ງຕັ້ງຄະນະກຳມະບານຮາກຖານ 4ສະຫາຍ, ຍິງ 1 ສະຫາຍ ສະຫາຍ ຄອນສະຫວັນ ໄຊຍະວົງ ເປັນປະທານ , ສະຫາຍ ທອງດີ ສິງທອງ ເປັນຮອງປະທານ, ເປັນປະທານກວດກາ, ສະຫາຍ ເສີດ ໄຊສົມບູນ ເປັນຮອງ ແລະ ສະຫາຍນາງ ສັງຄົມ ແສງພານິດເປັນຮອງ ພ້ອມດວ້ຍກັນີ້ຍັງໄດ້ຜ່ານຂໍ້ຕົກລົງບົ່ງຕົວແຕ່ງຕັ້ງຄະນະຮັບຜິດຊອບຂະບວນແຂ່ງຂັນ 5 ເປັນເຈົ້າຂອງຮາກຖານກໍາມະບານຕຶ່ມອີກ.

ໃນໂອກາດນີ້ ສະຫາຍ ນາງຈັນເພັງ ສີບົວຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ເໜັ້ນໜັກໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງຈົ່ງເຊີດຊູບົດບາດໜ້າທີ່ການເມືອງ ທີ່ຖືກມອບໝາຍໃຫ້ສູງ ຊີ້ນໍາໆພາວຽກງານກໍາມະບານຮາກຖານຕາແສງເມືອງວາ ກໍຄືວຽກງານກໍາມະບານໃນໄລຍະໃໝ່ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa