ໂຮງຮຽນ ປກສ ຊັ້ນຕົ້ນເລກ II ປິດການແຂ່ງຂັນກິລາ

ໃນຕອນບ່າຍຂອງວັນທີ 30 ກັນຍາ 2026 ນີ້, ໂຮງຮຽນ ປກສ ຊັ້ນຕົ້ນເລກ II ແຂວງໄຊຍະບູລີ ໄດ້ຈັດພິທີປິດການແຂ່ງຂັນກິລາພາຍໃນໂຮງຮຽນ ຊິງຂັນຂອງທ່ານຫົວໜ້າອໍານວຍການໂຮງຮຽນ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ສະຫນາມກິລາຂອງໂຮງຮຽນດັ່ງກ່າວ, ພາຍຫຼັງທີ່ໄດ້ດຳເນີນການແຂ່ງຂັນມາເປັນເວລາ 25 ວັນ ເຂົ້າຮ່ວມໃນພິທີປິດຄັ້ງນີ້ມີ ທ່ານ ພັທ ຄໍາລອມ ໄຊຍະລາດ ຄະນະພັກ ຮອງຫົວໜ້າອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ II ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ ຂະບວນການກິລາ, ມີຄະນະອຳນວຍການໂຮງຮຽນ, ຄູ-ອາຈານ, ກຳມະການຕັດສິນ, ພ້ອມດ້ວຍທັບນັກກິລາ ແລະ ນັກສຶກສາພາຍໃນໂຮງຮຽນເຂົ້າຮ່ວມ.

ໃນພິທີ, ຮອ ແກ້ວອຸດອນ ສີງງາມ ຄະນະຮັບຜິດຊອບກິລາໂຮງຮຽນ ໄດ້ກ່າວວ່າ: ການຈັດການແຂ່ງຂັນກິລາໃນຄັ້ງນີ້ ເພື່ອສ້າງຂະບວນການຜູກແໜ້ນຄວາມສາມັກຄີ ແລະ ມິດໄມຕີລະຫວ່າງພະນັກງານກັບນັກຮຽນ ແລະ ນັກຮຽນຕໍ່ນັກຮຽນດ້ວຍກັນ ໃຫ້ມີບັນຍາກາດຟົດຟື້ນ, ມີນໍ້າໃຈນັກກິລາ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ມີສຸຂະພາບແຂງແຮງ, ຮ່າງໄກຈາກສິ່ງເສບຕິດ ໃນການຈັດຕັ້ງເຄື່ອນໄຫວເຮັດໜ້າທີ່ການເມືອງ ກໍ່ຄືການສຶກສາຄົ້ນຄວ້າຮໍ່າຮຽນໃຫ້ມີຜົນສໍາເລັດ ເພື່ອທັດສອບຄວາມມານະອົດທົນ ແບ່ງເບົາຄວາມສຸກ, ທຸກຄວາມຈິງໃຈ, ຮູ້ໃຫ້ອາໄພ, ຮູ້ແພ້ຮູ້ຊະນະ ລະຫວ່າງນັກຮຽນດ້ວຍກັນ ເຊີ່ງການແຂ່ງຂັນກິລາໃນຄັ້ງນີ້ ປະກອບມີກິລາບານເຕະຊາຍທັງໝົດ 10 ທີມ,  ບານສົ່ງຊາຍ 10 ທີມ ແລະ ບານສົ່ງຍິງ 4 ທີມ ຜົນຂອງການແຂ່ງຂັນກິລາບານເຕະຊາຍ ອັນດັບທີ I ໄດ້ແກ່ທີມ ໝູ່ 9+2 ກອງຮ້ອຍ I ໄດ້ຮັບຂັນໜຶ່ງໜ່ວຍ ພ້ອມເງິນສົດ 800.000 ກີບ, ອັນດັບທີ II ທີມ ໝູ່ 10+5 ກອງຮ້ອຍ I ໄດ້ຮັບເງິນສົດ 600.000 ກີບ ແລະ ອັນດັບທີ III ທີມ ໝູ່ 5+6 ກອງຮ້ອຍ II ໄດ້ຮັບເງິນສົດ 400.000 ກີບ, ບານສົ່ງຊາຍ ອັນດັບທີ I ໄດ້ແກ່ທີມ ໝູ່ 8+3 ກອງຮ້ອຍ I ໄດ້ຮັບຂັນໜຶ່ງໜ່ວຍ ພ້ອມເງິນສົດ 600.000 ກີບ, ອັນດັບທີ II ທີມ ໝູ່ 9+2 ກອງຮ້ອຍ I ໄດ້ຮັບເງິນສົດ 500.000 ກີບ ແລະ ອັນດັບທີ III ທີມ ໝູ່ 2+10 ກອງຮ້ອຍ II ໄດ້ຮັບເງິນສົດ 300.000 ກີບ, ບານສົ່ງຍິງ ອັນດັບທີ I ໄດ້ແກ່ທີມ ໝູ່ 1-5 ກອງຮ້ອຍ II ໄດ້ຮັບຂັນໜຶ່ງໜ່ວຍ ພ້ອມເງິນສົດ 600.000 ກີບ, ອັນດັບທີ II ທີມ ໝູ່ 6-10 ກອງຮ້ອຍ II ໄດ້ຮັບເງິນສົດ 500.000 ກີບ ແລະ ອັນດັບທີ III ທີມ ໝູ່ 6-10 ກອງຮ້ອຍ I ໄດ້ຮັບເງິນສົດ 400.000 ກີບ ໃຫ້ກຽດຂື້ນມອບຂັນລາງວັນໂດຍ ພັທ ຄໍາລອມ ໄຊຍະລາດ ແລະ ພັທ ຖາວອນ ໄຊອຸດົມ ຄະນະພັກ ຮອງຫົວໜ້າອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ II.

ໃນຕອນທ້າຍ, ພັທ ຄໍາລອມ ໄຊຍະລາດ ຮອງຫົວໜ້າອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ II ໄດ້ໃຫ້ກຽດຂຶ້ນກ່າວປິດງານ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການຈັດງານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນັກກິລາທຸກຄົນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ການແຂ່ງຂັນກິລາໃນຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ ຕາມຄາດໝາຍທີ່ວາງໄວ້. ທັງນີ້ ກໍເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ – ຂອງຊາດ ແລະ  ທັງເປັນການເສີມສ້າງສຸຂະພາບພົນລະນາໄມ ໃຫ້ແກ່ນັກສຶກສາ ປກສ ໃຫ້ມີຄວາມເຂັ້ມແຂງ ເພື່ອພ້ອມທ່ີຈະຮັບໃຊ້ຊາດໃນອະນາຄົດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa