ເມືອງທົ່ງມີໄຊ ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ ແລະ ເຊື່ອມຄຸນນະພາບ.

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີທໍາລາຍສິນຄ້າທີ່ໝົດອາຍຸ ແລະ ເຊື່ອມຄຸນນະພາບ ຂື້ນຢ່າງເປັນທາງການໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສົມຫວັງ ສີສົມພອນ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງທົ່ງມີໄຊ, ມີບັນດາທ່ານ ຫົວໜ້າຫ້ອງການ, ຄະນະກຳມະການກວດກາສິນຄ້າສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂັ້ນເມືອງ, ພະນັກງານວິຊາການ, ຜູ້ປະກອບການ  ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສິງໄຊ ກອງມະນີ ຮອງຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງທົ່ງມີໄຊ ໄດ້ຂື້ນລາຍງານວຽກງານກວດກາສິນຄ້າໝົດອາຍຸຢູ່ພາຍໃນເມືອງ. ເຊິ່ງທ່ານໄດ້ໃຫ້ຮູ່ວ່າ: ໃນການລົງກວດກາສິນຄ້າເຊື່ອມຄຸນນະພາບຄັ້ງນີ້ໂດຍອີງໃສ່ໂຄງການດໍາເນີນງານ ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ແລະ ແຜນລົງກວດກາຂອງຄະນະກຳມະການກວດກາ ອາຫານ ແລະ ຢາ ຂັ້ນເມືອງ ການລົງກວດກາ ໄດ້ເລີ້ມຕົ້ນແຕ່ວັນທີ 17 ກັນຍາ 2026 ແບ່ງວຽກອອກເປັນ  2 ຈຸງານ ຈັດຕັ້ງປະຕິບັດ ໃຊ້ເວລາ 3 ວັນ; ໄດ້ກວດກາຮ້ານຂາຍເຄື່ອງໃນທົ່ວເມືອງຈໍານວນ 65 ຮ້ານ; ໃນນັ້ນ ໄດ້ກວດກາພົບສິນຄ້າເຊື່ອມຄຸນນະພາບໃນການ ບໍລິໂພກທົ່ວເມືອງມີ 18 ຮ້ານ, ມີ 2 ໜວດຄື: ໜວດສະບຽງອາຫານ – ເຄື່ອງດື່ມ ແລະ ໜວດເຄື່ອງສໍາອາງ ລວມມູນຄ່າທັງໝົດ 8,145,000 ກີບ, ມູນຄ່າສິນຄ້າໝົດອາຍຸ ມູນຄ່າບໍ່ສູງ ທາງຄະນະກຳມະການພວກເຮົາແມ່ນໄດ້ແກ້ໄຂກັບທີ ລວມມູນຄ່າປັບໃໝທັງໝົດ 3,500,000 ກີບ. ພ້ອມທັງໄດ້ຍືດສິນຄ້າມາທຳລາຍຖີ້ມຕາມລະບຽບກົດໝາຍ ພ້ອມກັນນັ້ນທາງຄະນະກຳມະການກວດກາສິນຄ້າໝົດອາຍຸຂັ້ນເມືອງໄດ້ເຮັດບົດບັນທຶກກັບຜູ້ຈຳໜ່າຍສິນຄ້າໝົດອາຍຸ ແລະ ແນະນໍາການຕິດປ້າຍກໍານົດລາຄາເປັນສະກຸນເງິນກີບອີກດ້ວຍ. ຈຸດປະສົງໃນການຈັດ ພິທີທຳລາຍສິນຄ້າໃນຄັ້ງນີ້. ເພື່ອຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ສິນຄ້າ ແລະ ການບໍລິໂພກສິນຄ້າໃຫ້ມີຄວາມຮັດກຸມ ແລະ ເຮັດໃຫ້ຜູ້ຊົມໃຊ້ສິນຄ້າ ແລະ ບໍລິໂພກສິນຄ້າສິນຄ້າ ມີຄວາມປອດໄພ, ບໍ່ມີສິ່ງປົນເປື້ອນ ພ້ອມທັງແນະນຳ ໃຫ້ມີສະຕິໃນການກວດກາສິນຄ້າຂອງຕົນ ແລະ ຫັນເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa