ກອງປະຊຸມວຽກງານກວດກາທົ່ວເມືອງຫົງສາໃນໄລຍະ 5 ປີ (2021-2025).

ໃນວັນທີ 9 ຕຸລາ 2026 ນີ້ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມວຽກງານກວດກາທົ່ວເມືອງຫົງສາໄລຍະ 5 ປີຜ່ານມາ (2021-2025) ຂຶ້ນຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຫົງສາ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ພູວົງ ກອງຊັບ ກໍາມະການປະຈໍາພັກເມືອງ ປະທານຄະນະກວດກາພັກເມືອງ, ມີບັນດາສະຫາຍ ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ມີທິມງານກວດກາພັກ-ລັດແຂວງ, ມີສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຫົງສາ, ເລຂາອົງຄະນະພັກຮາກຖານຕາແສງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ປະທານ, ຮອງປະທານກວດກາໜ່ວຍພັກ, ຜູ້ເຮັດວຽກງານກວດກາໜ່ວຍພັກ, ມີແຂກກອງປະຊຸມເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ພູວົງ ກອງຊັບ ກໍາມະການປະຈໍາພັກເມືອງ ປະທານຄະນະກວດກາພັກເມືອງ ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ 5 ປີ (2021-2026) ແລະ ທິດທາງ 5 ປີ 2026-2030 ແລະ ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026ວ່າດ້ວຍການເພີ້ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟຸມເຟືອຍ ໃນກົງຈັກການຈັດຕັ້ງ ແລະ ສັງຄົມ, ຈາກນັ້ນ, ສະຫາຍ ຂັນແກ້ວ ລິນທອນສີ ກໍາມະການພັກເມືອງ ຮອງປະທານຄະນະກວດກາພັກເມືອງ ຂຶ້ນຜ່ານແຜນພັດທະນາວຽກງານກວດກາ 5 ປີ ຂອງແຂວງໄຊຍະບູລີ ແຕ່ປີ 2026-2030 ແລະ ຜ່ານບົດແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 377/ຄກສພ, ລົງວັນທີ 18 ສິງຫາ 2026 ວ່າດ້ວຍການຈັດຕັ້ງຜັນຂະຫາຍ ກົດລະບຽບພັກສະໄໝທີ XII ກ່ຽວກັບການຕິດຕາມກວດກາພັກ, ພ້ອມດຽວກັນນັ້ນ ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນເຈາະຈີ້ມຕໍ່ກອງປະຊຸມ ກ່ອນຜູ້ແທນກອງປະຊຸມຂຶ້ນມີຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງການຂອງຕົນໃນໄລຍະຜ່ານມາມີຄວາມສະດວກ, ຄວາມຫຍຸ້ງຍາກ, ວິທີປັບປຸງໃນຕໍ່ໜ້າ ຈາກນັ້ນ ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນສັງລວມ ການປະກອບຂອງແຕ່ລະໜ່ວຍພັກ, ແຕ່ລະຂະແໜງການອ້ອມຂ້າງເມືອງ.

ໃນຕອນທ້າຍ ປະທານກອງປະຊຸມ ສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ມີຄໍາຄິດຄໍາເຫັນໂອ້ລົມຕໍ່ກອງປະຊຸມກວດກາໃນຄັ້ງນີ້: ສະຫາຍ ໄດ້ມີຄໍາເຫັນຕໍ່ວຽກງານກວດກາບາງເນື້ອໃນທີ່ສໍາຄັນ, ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້ແລ້ວ ຄະນະກວດກາແຕ່ລະຂັ້ນ ຕ້ອງຢຶດໝັ້ນຈິດໃຈເອກະລາດເປັນເຈົ້າຕົນເອງ ມີຄວາມກ້າຫານປະດິດສ້າງ, ກ້າເຮັດ, ກ້າຮັບຜິດຊອບໃນທາງທີ່ຖືກຕ້ອງ, ເອົາໃຈໃສ່ຢ່າງຕັ້ງໜ້າແກ້ໄຂບັນຫາດ້ານອ່ອນຂໍ້ຄົງຄ້າງ ຕາມລະບຽບ-ກົດໝາຍໃຫ້ເຂັ້ມງວດ, ສຸມໃສ່ປະຕິບັດທິດທາງທີ່ກຳນົດໄວ້ນັ້ນ ແລະ ທຸກບັນຫາທີ່ເອກະພາບໃນກອງປະຊຸມເທື່ອນີ້ ໃຫ້ນໍາໄປຈັດຕັ້ງຜັນຂະຫຍາຍໃນພາກຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາໃຫ້ປະກົດຜົນເປັນຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa