ການນຳຂອງເມືອງບໍ່ແຕນ ຮ່ວມມອບກິດຈະກຳ

ໃນວັນທີ 8 ຕຸລາ  2026 ນີ້ ທ່ານ ສະຫງົບ ພັບບົວອອນ ຮອງປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍທ່ານ ບຸນລ້ວຍ ແກ້ວວຽງໄຊ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງບໍ່ແຕນ ແຂວງໄຊຍະບູລີ ພ້ອມດດ້ວຍຄະນະຮັບຜິດຊອບໂຄງການຄຸ້ມຄອງປາ່ໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮ່ວມກັບຄະນະພັກ ອົງການປົກຄອງບ້ານ ມອບກິດຈະກໍາ ຂອງ ໂຄງການ ຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນພາກເໜືອ ຂອງ ສປປ ລາວ ປະຈໍາເມືອງ ບໍ່ແຕນ ຢູ່ທີ່ບ້ານ ກຸ່ມ ແລະ ບ້ານຫ້ວຍຕາປູ່ ເພື່ອເປັນການຈັດຕັ້ງປະຕິບັດວຽກງານຂອງໂຄງການ ຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນພາກເໜືອ ຂອງ ສປປ ລາວ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ ເພີ່ມຄວາມປົກຫຸ້ມຂອງພື້ນທີ່ປ່າໄມ້, ເປັນແຫຼ່ງທ່ອງທ່ຽວ, ບ່ອນທໍາມາຫາກິນ, ແລະ ຊົມໃຊ້ໃນຊີວິດປະຈໍາວັນຂອງປະຊາຊົນ ໂດຍບໍ່ບົກແຫ້ງແນ່ໃສ່ຮັບປະກັນການປົກປັກຮັກສາຄຸນນະພາບຂອງດິນຟ້າອາກາດ, ແຫຼ່ງນໍ້າ, ຊີວະນາໆພັນ, ທີ່ດິນປ່າປອກໂລ້ນໃຫ້ອຸດົມສົມ ບູນ ຕາມທິດສີຂຽວ ແລະ ທິດຢືນຍົງ ລວມທັງການສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີອາຊີບທີ່ໝັ້ນຄົງ ຕິດພັນກັບການປູກພືດ, ລ້ຽງສັດເປັນສິນຄ້າ, ກ້າວໄປເຖິງການຢຸດຕິການທໍາລາຍປ່າໄມ້. ທັງເປັນການຈັດຕັ້ງປະຕິບັດໂຄງການ ຄປຊ ເມືອງ ບໍ່ແຕນ ແຂວງ ໄຊຍະບູລີ ໃຫ້ດຳເນີນໄປຕາມໄປຕາມກີດຈະກຳຂອງໂຄງການທີ່ໄດ້ກຳນົດໄວ້

  1. ບ້ານກຸ່ມ ກິດຈະກຳປັບປຸງສວນຫຍ້າລ້ຽງສັດ ມີສະມາຊິກກຸ່ມ ຈໍານວນ 50 ຄອບຄົວ ລວມມູນຄ່າ 147,500,000 ກີບ.
  2. ບ້ານ ຫ້ວຍຕາປູ່ ກິດຈະກຳປັບປຸງສວນຫຍ້າລ້ຽງສັດມີສະມາຊິກກຸ່ມ ຈໍານວນ 23 ຄອບຄົວລວມມູນຄ່າ 181,100,000 ກີບ.

ນອກຈາກນີ້ ຄະນະຮັບຜິດຊອບໂຄງການຍັງຈະໄດ້ສືບຕໍ່ມອບກິດຈະກໍາໃຫ້ບັນດາບ້ານເປົ້າໝາຍຂອງໂຄງການໃຫ້ສຳເຫຼັດຕາມແຜນການທີ່ໄດ້ກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa