

ໃນຕອນເຊົ້າຂອງວັນທີ່ 8 ຕຸລາ 2026 ນີ້, ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຕັ້ງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕໍາຫຼວດປະຈຳໄຕມາດ III ແລະ ທິດທາງແຜນການວຽກງານຈຸດສຸມປະຈໍາໄຕມາດ IV ປີ 2026 ຢູ່ທີສະໂມສອນກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ພັທ ກົງແກ້ວ ພູວົງສີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ, ເປັນກຽດເຂົ້າຮ່ວມຂອງ ພັອ ສຸລິວົງ ສີລິມະໂນທຳ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາສະຫາຍຄະນະຫ້ອງ, ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດພາຍໃນຫ້ອງເຂົ້າຮ່ວມ.
ທ່ານ ພັທ ກົງແກ້ວ ພູວົງສີ ຫົວໜ້າຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງໄດ້ຂື້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕໍາຫຼວດປະຈຳໄຕມາດ III ແລະ ທິດທາງແຜນການວຽກງານຈຸດສຸມປະຈຳໄຕມາດ IV ປີ 2026 ທ່ານໄດ້ໃຫ້ຮູ້ວ່າ: ໃນ 03 ເດືອນຜ່ານມາ ສາມາດດໍາເນີນຄະດີອາຍາ ໄດ້ທັງໝົດ 23 ເລື່ອງ, ມ້າງຄະດີໄດ້ 12 ເລື່ອງ, ກັກຕົວຜູ້ ກະທຳຜິດໄດ້ 28 ຄົນ, ບໍ່ສາມາດອອກຄໍາສັ່ງເປີດການສືບສວນ-ສອບສວນໄດ້ 01 ເລື່ອງ ຍ້ອນຜູ້ກະທຳຜິດໃຊ້ປືນດັດແປງຍິງຕົນເອງເສຍຊີວິດຫຼັງຈາກກໍ່ການກະທຳຜິດ ພວມຕິດຕາມ 10 ເລື່ອງ ພົ້ນເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ, ໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຕັ້ງໜ້າ, ໂດຍສະເພາະໄດ້ດໍາເນີນການປາບປາມ, ແກ້ ໄຂຕໍ່ບຸກຄົນ ທີ່ຄ້າ – ຂາຍຢາເສບຕິດ ຕາມລະບຽບກົດໝາຍ ສາມາດແກ້ໄຂມ້າງລາຍຄະດີ ໄດ້ 68 ເລືອງ, ມີ 77 ຄົນ, ຍິງ 06 ຄົນ, ຍຶດຂອງກາງຢາບ້າໄດ້ 55.092 ເມັດ, ໂທລະສັບ 20 ເຄື່ອງ, ໂນດບຸກ 01 ໜ່ວຍ, ເງິນກີບ 62.667.000 ກີບ, ເງິນບາດ 33.010 ບາດ, ເງິນໂດລາ 2.000 ໂດລາ, ລົດໃຫຍ່ 3 ຄັນ, ລົດຈັກ 14 ຄັນ ແລະ ຕ້າງຫູສີເຫຼືອງຄ້າຍຄືຄໍາ 01 ຄູ່, ມີຄະດີເສດຖະກິດເກີດຂຶ້ນທັງໝົດ 03 ເລື່ອງ, ກັກຕົວຜູ້ຖືກຫາ 56 ຄົນ, ຍິງ 23 ຄົນ, ຄົນຈີນ 02 ຄົນ, ຄົນໄທ 41 ຄົນ, ຍິງ 14 ຄົນ, ຄົນລາວ 12 ຄົນ, ຍິງ 09 ຄົນ ສາມາດຍຶດຂອງກາງໄດ້ລົດໃຫ່ຍ 01 ຄັນ, ປືນສັ້ນ 02 ກະບອກ ພ້ອມດ້ວຍລູກປືນ 55 ລູກ, ຄອມພິວເຕີໂນດບຸກ 05 ເຄື່ອງ, ຄອມພິວເຕີຕັ້ງໂຕະ 04 ຊຸດ, ໜໍ່ເກັບໄຟຟ້າ 03 ເຄື່ອງ, ຫົວວາຍຟາຍ 04 ຫົວ, ຊຶມໂທລະສັບ 12 ຊິມ, ໂທລະສັບມືຖື 103 ເຄື່ອງ ຮັບແຈ້ງຄວາມ ແລະ ຄໍາຮ້ອງຟ້ອງ: 12 ເລື່ອງ, ມີຜູ້ຖືກແຈ້ງຄວາມ 08 ຄົນ, ຍິງ 03 ຄົນ ບໍ່ມີຕົວຕົນ 04 ລາຍ ແກ້ໄຂສໍາເລັດ: 01 ເລື່ອງ ຜົນເສຍຫາຍ, ເງິນກີບ 276,152,000 ກີບ, ເງິນບາດ 9,746,046 ບາດ, ເງິນໂດລາ 36,494 ໂດລາ, ມີຄະດີຕ້ານການຄ້າມະນຸດເກີດຂື້ນທັງໝົດ 04 ເລື່ອງ, ກັກຕົວຜູ້ຖືກຫາ 06 ຄົນ, ຍິງ 02 ຄົນ, ທຳມິດສະຈານ 01 ລາຍ, ຜູ້ຖືກຫາ 02 ຄົນ, ຍິງ 01 ຄົນ, ສະພາບອຸປະຕິເຫດເກີດຂື້ນທັງໝົດ 09 ຄັ້ງ, ມີອັກຄີໄພເກີດຂຶ້ນທັງໝົດ 08 ຄັ້ງ, ສ້າງຄວາມເສຍຫາຍປະມານ 740,300,000 ກີບ ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ຂື້ນປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ການຈັດຕັ້ງປະຕິບັດໜ້າທີ່ໃນຕໍ່ໜ້າໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.
ໃນຕອນທ້າຍກອງປະຊຸມທ່ານ ພັອ ສຸລິວົງ ສີລິມະໂນທຳ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 03 ເດືອນຜ່ານມາ ແລະ ທ່ານເນັ້ນໜັກ ໃຫ້ບັນດາສະຫາຍຄະນະພັກ ຈົ້ງຕັ້ງໜ້າປັບປຸງ-ບຳລຸງ, ກໍ່ສ້າງເອົາໃຈໃສ່ສຶກສາອົບຮົມໃຫ້ນາຍ ແລະ ພົນຕຳຫຼວດ ແຕ່ລະເຫຼົ່າລົບວິຊາສະເພາະ ໃຫ້ຮັບປະກັນພຽງພໍທາງດ້ານຈໍານວນ ແລະ ມີຄຸນນະພາບ ສາມາດຮອງຮັບກັບໜ້າທີ່ການເມືອງໃນໄລຍະໃໝ່, ເພີ່ມທະວີວຽກງານຕິດຕາມ, ກຳແໜ້ນສະພາບກົນອຸບາຍການເຄື່ອນໄຫວທໍາລາຍມ້າງເພຂອງສັດຕູ ແລະ ກຸ່ມຄົນບໍ່ດີ; ພ້ອມທັງມີວິທີການ, ມາດຕະການປ້ອງກັນສະກັດກັ້ນ ແລະ ແກ້ໄຂທັນເວລາ, ນິ້ມນວນ-ຄ່ອງແຄ້ວ, ສືບຕໍ່ສ້າງຕາໜ່າງວຽກງານ ປກສ ຢູ່ຮາກຖານໃຫ້ກ້ວາງຂວາງ, ຕິດພັນກັບການສະກັດ ກັ້ນ-ແກ້ໄຂບັນດາເປົ້າໝາຍກໍ່ອາຊະຍາກຳ, ກໍ່ຄວາມບໍ່ສະຫງົບ ບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ໜັກແໜ້ນເຂັ້ມແຂງ ແຕ່ຮາກຖານຂື້ນມາ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຢ່າງເປັນລະບົບກົມກຽວເຊັ່ນ: ບັນຫາລັກລອບຄ້າ-ຂາຍ, ຂົນສົ່ງ, ມົ້ວສຸມຢາເສບຕິດ, ລັກຊັບ-ງັດແງະ, ສໍ້ໂກງຊັບ, ຄ້າຂາຍເຖື່ອນ, ການ ພະນັນ, ອຸບັດຕິເຫດ, ຄ້າມະນຸດ ແລະ ອື່ນໆ; ເປັນເຈົ້າການສະກັດກັ້ນ ແລະ ຕອບຕ້ານການ ໂຄສະນາໂຈມຕີ ການນໍາພັກ – ລັດ ຜ່ານທາງສື່ຕ່າງໆ ທີ່ສັດຕູ ແລະ ກຸ່ມຄົນບໍ່ດີສວຍໃຊ້ເປັນຕົ້ນ ແມ່ນສື່ອອນລາຍ (ອິນເຕີເນັດ, ເຟດບຸກ ).