

ໃນວັນທີ່ 08 ຕຸລາ 2026 ນີ້ຢູ່ທີ່ ຫໍປະຊຸມຂອງບ້ານບົວບານ,ຕາແສງບ້ານເມືອງວາ ເມືອງປາກລາຍ ແຂວງໄຊຍະບູ
ລີໄດ້ມີພິທີເປີດກອງປະຊຸມ ບັ້ນຝຶກອົບຮົມ ບຳລຸງສິດ ໜ້າທີ່ ວິຊາສະເພາະໃຫ້ແກ່ກຳລັງ ປກສ ບ້ານ,ກຸ່ມ VI-VII ທີ່ຂຶ້ນກັບຕາແສງ ເມືອງວາ ເມືອງປາກລາຍ ແຂວງໄຊຍະບູລີ ປະຈຳປີ 2026 ໂດຍ:ເປັນປະທານ ຂອງທ່ານ ພັທ ຊ້າງ ສຸລິກັນ ຮອງ ເລຂາ ຄະນະພັກຮາກຖານ ຮອງ ຫົວໜ້າ ກອງບັນຊາການ ປກສ ເມືອງ ຜູ້ຊີ້ນຳວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ເມືອງປາກລາຍ,ມີ ທ່ານ ຄອນສະຫັວນ ໄຊຍະວົງ ຮອງປະທານຄະນະກຳມະການປົກຄອງຕາແສງ ເມືອງວາ,ມີທິມງານຂອງເມືອງ,ຫົວໜ້າ,ຮອງຫົວໜ້າ ປກສ ກຸ່ມບ້ານບົວບານ,ເມືອງວາ, ແລະ ອຳນາດການປົກຄອງບ້ານ ປກສ ກອງຫຼອນພາຍໃນ 11 ບ້ານ ທີ່ຂຶ້ນກັບຕາແສງເມືອງວາ ເຂົ້າຮ່ວມຈຳນວນ 125 ສະຫາຍ
ໃນກອງປະຊຸມ ພັຕ ພົນກາວີ ຟອງສະໝຸດ ຫົວໜ້າ ປກສ ກຸ່ມບ້ານເມືອງວາ ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າກອງ
ບັນຊາການ ປກສ ເມືອງປາກລາຍ ສະບັບເລກທີ່ 05 / ປກສ ມປລ ວ່າດ້ວຍ ການອານຸມັດເປີດເຝິກອົບຮົມວຽກງານ ປກສ ບ້ານປະຈຳປີ 2026 ຈາກນັ້ນທ່ານ ພັທ ຊ້າງ ສຸລິກັນ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງ ຜູ້ຊີ້ນຳວຽກງານ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ເມືອງປາກລາຍ ຂຶ້ນກ່າວ ເປີດກອງປະຊຸມບັ້ນຝຶກອົບຮົມບຳລຸງສິດ-ໜ້າທີ່ ໃຫ້ແກ່ກຳລັງ ປກສ ບ້ານ ປະຈຳປີ 2026 ຢ່າງເປັນທາງການ, ປກສ ກຸ່ມບ້ານບົວບານ-ເມືອງວາ ທີ່ຂຶ້ນກັບຕາແສງເມືອງວາ ແມ່ນກອມເອົາ 11 ບ້ານຂຶ້ນກັບ ພາຍໃຕ້ການນຳພາ-ຊີ້ນຳໂດຍກົງຂອງກອງບັນຊາການ ປກສ ເມືອງປາກລາຍ ປະກອບມີພະນັກງານ ປກສ ເມືອງປະຈຳກຸ່ມ 12 ສະຫາຍ,ກຳລັງ ປກສ,ກອງຫຼອນ ບ້ານພາຍໃນ 11 ບ້ານມີຈຳນວນ 94 ສະຫາຍ,ເພື່ອປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນບ້ານຂອງຕົນໄດ້ເປັນຢ່າງດີ.ຈາກນັ້ນ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ເຊື່ອມຊືມເອກະສານ ແລະ ນິຕິກຳຂອງຂັ້ນເທິງເຊິ່ງປະກອບມີຄື: ເອກະສານ ປະເທດລາວ ແມ່ນຄົນລາວເປັນເຈົ້າຂອງ;ຜ່ານຄຳສັ່ງຂອງລັດຖະບານເລກທີ່ 32/ນຍ ລົງວັນທີ່ 12/12/2025 ວ່າການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂອາຊະຍາກຳ ທາງອິນເຕີແນັດ,ການພະນັນອອນລາຍ;ຜ່ານຄຳສັ່ງຂອງລັດຖະບານສະບັບເລກທີ່ 11/ນຍ,ລົງວັນທີ່ 07 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ,ແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເລກທີ່ 311/ປກສ ລົງວັນທີ່ 16 ກໍລະກົດ 2026 ເລື່ອງ ການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ,ຜ່ານແຈ້ງການຂອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ເລກທີ່ 4214/ປກສ ຊລ ລົງວັນທີ່ 28 ກໍລະກົດ 2026 ເລື່ອງ ລະບຽບການນຸ່ງຖື ແລະ ຂັ້ນຕອນການປະກອບເອກະສານເຮັດບັດປະຈຳຕົວດີຈີຕອນ ສຳລັບພົນລະເມືອງລາວ ທີ່ມີອາຍຸແຕ່ 15 ປີຂຶ້ນໄປ;ຜ່ານເອກະສານ ທີ່ຕັ້ງພາລະບົດບາດ ໜ້າທີ່ ແລະ ຂອບເຂດສິດ ຂອງ ປກສ ບ້ານ;ຜ່ານເອກະສານອະທິບາຍ 5 ແບບຕາຕະລາງ ປກສ ບ້ານ,ການສ້າງບ້ານເຮັດວຽກປ້ອງກັນຄວາມສະຫງົບດີ,ຜ່ານເອກະສານ,ຄວາມຮູ້ເບື້ອງຕົ້ນການເອົາຄຳໃຫ້ການວຽກງານສືບສວນ-ສອບສວນຂັ້ນພື້ນຖານ,ການຈັບຕົວ,ການກວດຄົ້ນ ກໍລະນີເຊິ່ງໜ້າ,ວຽກງານປ້ອງກັນສະຖານທີ່ເກີດເຫດ;ຜ່ານດຳລັດເລກທີ່ 184/ ປກສ ວ່າດ້ວຍ ການແຕ່ງດອງຂອງພົນລະເມືອງລາວ,ກັບຄົນຕ່າງປະເທດ,ຄົນບໍ່ມີສັນຊາດ ແລະ ຄົນຕ່າງດ້າວ ແລະ ຜ່ານເອກະສານວ່າດ້ວຍ ພາລະບົດບາດໜ້າທີ່ ແລະ ສິດຂອງກຳລັງ ປກສ ບ້ານ. ໃນກອງປະຊຸມທ່ານປະທານມີຄຳເຫັນເຈາະຈີ້ມເພື່ອເປັນບ່ອນອີງໃຫ້ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ວຽກງານດັ່ງກ່າວໃນໄລຍະຜ່ານມາ ເພື່ອເປັນບົດຮຽນໃນຕໍ່ໜ້າ.
ໃນຕອນທ້າຍຂອງກອງປະຊຸມໄດ້ມີຄຳເຫັນໂອ້ລົມຂອງທ່ານ ພັທ ຊ້າງ ສຸລິກັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍຕີມອີກ,ການຝຶກອົບຮົມບຳລຸງສິດໜ້າທີ່ໃຫ້ແກ່ການຈັດຕັ້ງຂັ້ນບ້ານໃນຄັ້ງນີ້ ກໍ່ເພື່ອປູກຈິດສໍານິກໃຫ້ແກ່ການຈັດຕັ້ງຂັ້ນບ້ານໃນການປະຕິບັດໜ້າທີ່ວຽກງານຢູ່ຂັ້ນຮາກຖານ ອຳນາດການປົກຄອງຂອງບ້ານ ເພື່ອເປັນເສນາທິການ ໃຫ້ແກ່ ປກສ ທີ່ເຮັດໜ້າທີ່ປະຈຳການຢູ່ພາຍໃນກຸ່ມບ້ານດັ່ງກ່າວ ເພື່ອຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນບ້ານຂອງຕົນໂດຍພື້ນຖານ.ກອງປະຊຸມບຳລຸງສິດໜ້າທີ່ ປກສ ບ້ານໃນຄັ້ງນີ້ຈະໄດ້ດຳເນີນມາເປັນເວລາ 01 ວັນຈຶ່ງຈະສຳເລັດ.