ກອງບັນຊາການທະຫານເມືອງປາກລາຍປິດອົບຮົມຫັດແອບວິຊາສຶກສາປ້ອງກັນຊາດໃຫ້ໂຮງຮຽນມໍສໍເມືອງປາກລາຍ ແຂວງໄຊຍະບູລີປະຈຳ ປີ2025-2026.

….

ໃນຕອນບ່າຍຂອງວັນທີ6 ກຸມພາ 2026 ຜ່ານມານີ້ຢູ່ທີ່ສະໂມສອນໂຮງຮຽນມໍສໍເມືອງປາກລາຍ ແຂວງໄຊຍະບູລີໄດ້ເປີດພິທີປິດອົບຮົມຫັດແອບວິຊາສຶກສາປ້ອງກັນຊາດລົງຢ່າງເປັນທາງການພາຍຫຼັງດຳເນີນມາເປັນເວລາ05ວັນເຊິ່ງເລີ່ມແຕ່ວັນທີ2-6 ກຸມພາ 2026ໂດຍການເປັນປະທານຂອງສະຫາຍ ພັທ ສົມຈິດ ຄົງທະສັນ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງປາກລາຍ ແຂວງຊະຍະບູລີ ມີທ່ານ ຄຳໝອນ ຫຼວງແກ້ວຜູ້ອຳນວຍການໂຮງຮຽນມໍສໍເມືອງປາກລາຍ ມີແຂກຖືກເຊີນ ພະນັກງານຄູຝຶກຕະຫຼອດຮອດນັກຮຽນມໍ07ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັຕ ວິລະສອນ ທອງຄຳ ຮອງຫົວໜ້າພະແນກເສນາ ກອງບັນຊາການທະຫານເມືອງປາກລາຍຜູ້ຊີ້ນຳວຽກງານອົບຮົມຫັດແອບໄດ້ຂື້ນຜ່ານບົດສະຫຼຸບກ່ຽວກັບວຽກງານອົບຮົມຫັດແອບເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສາມະຄີພາຍໃນຄວາມເອົາໃຈໃສ່ໃນການອົບຮົມຫັດແອບເຖິງວ່າສະພາບດິນຟ້າອາກາດຈະບໍ່ເອື້ອອຳນວຍແຕ່ພະນັກງານຄູຝຶກແລະນັກຮຽນກໍ່ໄດ້ເອົາໃຈໃສ່ອົດທົນຜ່ານຜ່າອຸປະສັກນາໆປະການໄປໄດ້ຈົນສາມາດສຳເລັດຕາມແຜນການທີ່ວາງໄວ້ ແລະຮັກສາໄດ້ຄວາມປອດໄພໄດ້100% ເຊິ່ງການອົບຮົມຫັດແອບວິຊາສຶກສາປ້ອງກັນຊາດໃນຄັ້ງນີ້ມີນັກຮຽນ ມ7 ເຂົ້າຮ່ວມທັງໝົດ107ຄົນ ຍິງ50ຄົນ ປະກອບມີ03ພາກອົບຮົມຫັດແອບຜົນທີ່ໄດ້ຮັບມີຄື:ພາກການເມືອງ ມີຈຳນວນພົນເຂົ້າຮ່ວມທັງໝົດ99ຄົນ ຍິງ49ຄົນຜົນໄດ້ຮັບ80% ພາກສິລະປະຢຸດ ມີຈໍານວນພົນເຂົ້າຮ່ວມທັງໝົດ105ຄົນຍິງ50ຄົນຜົນໄດ້ຮັບ76,66% ພາກຢຸດທະວິທີມີຈໍານວນພົນເຂົ້າຮ່ວມທັງໝົດ104ຄົນຍິງ50ຄົນຜົນໄດ້ຮັບ75% ລວມຜົນໄດ້ຮັບການຝຶກອົບຮົມວິຊາສຶກສາປ້ອງກັນຊາດລວມ77,22%.

ພາບ-ຂ່າວ:ກບຊ ເມືອງປາກລາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa