


ວັນທີ 16 ຕຸລາ 2026 ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງປາກລາຍ ແຂວງໄຊຍະບູລີ ໄດ້ມີການຈັດກິດຈະກຳຝຶກອົບຮົມທາງວິຊາການໃນຫົວຂໍ້ “ການຊ່ວຍຟື້ນຄືນຊີບຂັ້ນພື້ນຖານ (Basic Life Support: BLS)” ໃຫ້ແກ່ ທ່ານໝໍ, ພະຍາບານ ແລະ ບຸກຄະລາກອນການແພດໂຮງໝໍເມືອງປາກລາຍ ຢ່າງເປັນທາງການ. ເຊິ່ງທິມງານຝ່າຍໄທນຳພາໂດຍ ດຣ. ນາງ ສີຣິລັກ ແກ້ວອຸ່ນເຮືອນ ຜູ້ອໍານວຍການ ໂຮງໝໍພິດສະນຸເວດ ອຸດຕະລະດິດ ເປັນກຽດຕ້ອນຮັບຂອງທ່ານ ຊຊ ນາງ ແສງເພັດ ແກ້ວປະເສີດ ຫົວໜ້າຫ້ອງການສາທາລະນະສຸກເມືອງປາກລາຍ ພ້ອມດ້ວຍຄະນະຫ້ອງການສາທາລະນະສຸກ, ມີຜູ້ອຳນວຍການ-ຮອງອຳນວຍການໂຮງໝໍເມືອງ ຕະຫຼອດຮອດຄະນະແພດໝໍຜູ້ຊ່ຽວຊານ, ພະຍາບານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກິດຈະກຳດັ່ງກ່າວ ໃຫ້ກຽດນຳພາໂດຍ ດຣ. ນາງ ສິຣິລັກ ແກ້ວອຸ່ນເຮືອນ ຜູ້ອຳນວຍການໂຮງໝໍພິດສະນຸເວດ ຈັງຫວັດອຸດຕະຣະດິດ ປະເທດໄທ ພ້ອມດ້ວຍທີມງານບຸກຄະລາກອນການແພດຜູ້ຊ່ຽວຊານ ໄດ້ສົນທະນາແລກປ່ຽນບົດຮຽນ,ແບ່ງປັນຄວາມຮູ້, ຖ່າຍທອດປະສົບການ ແລະ ສາທິດຮ່ວມກັນກັບທິມແພດໝໍຜູ້ຊ່ຽວຊານໂຮງໝໍເມືອງປາກລາຍ ພ້ອມທັງສາທິດຝຶກປະຕິບັດການຊ່ວຍຟື້ນຄືນຊີບ (CPR) ຕາມຫຼັກວິຊາການສາກົນ ຢ່າງໃກ້ຊິດ ເພື່ອເພີ່ມຄວາມຮັບຮູ້ ແລະ ຍົກລະດັບທັກສະທາງດ້ານເຕັກນິກໃນການຊ່ວຍເຫຼືອຊີວິດຄົນເຈັບໃນພາວະສຸກເສີນໃຫ້ວ່ອງໄວ ແລະ ຖືກຕ້ອງປອດໄພທີ່ສຸດ.
ການຈັດຝຶກອົບຮົມໃນຄັ້ງນີ້ ຖືເປັນອີກບາດກ້າວໜຶ່ງສຳຄັນໃນການຕໍ່ຍອດ ແລະ ເສີມສ້າງຄວາມຮ່ວມມືແລກປ່ຽນທາງດ້ານວິຊາການ ພ້ອມທັງພັດທະນາຂີດຄວາມສາມາດຂອງບຸກຄະລາກອນທາງການແພດລະຫວ່າງ ໂຮງໝໍເມືອງປາກລາຍ ແຂວງໄຊຍະບູລີ ສປປ ລາວ ແລະ ໂຮງໝໍພິດສະນຸເວດ ຈັງຫວັດອຸດຕະຣະດິດ ປະເທດໄທ ຊຶ່ງຈະຊ່ວຍຍົກສູງຄຸນນະພາບການບໍລິການ, ການສົ່ງຕໍ່ ແລະ ການຮັກສາປິ່ນປົວຄົນເຈັບໃຫ້ມີປະສິດທິພາບສູງສຸດ.
ພ້ອມດຽວກັນນີ້, ທາງຄະນະຜູ້ຕາງໜ້າຈາກໂຮງໝໍພິດສະນຸເວດ ອຸດຕະຣະດິດ ປະເທດໄທ ຍັງໄດ້ມອບ ໂທລະພາບ (TV) ຂະໜາດ 49 ນິ້ວ ຈຳນວນ 1 ເຄື່ອງ ໃຫ້ກັບ ໂຮງໝໍເມືອງປາກລາຍ ແຂວງໄຊຍະບູລີ ເພື່ອອຳນວຍຄວາມສະດວກ ແລະ ນຳໃຊ້ເຂົ້າໃນວຽກງານວິຊາການຂອງໂຮງໝໍຕໍ່ໄປ.