ເມືອງພຽງ ໄຂກອງປະຊຸມສະຫຼຸບຕີລາຄາວຽກງານກວດກາທົ່ວເມືອງ 5 ປີ (2021-2025).

ວັນທີ 15 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຂອງເມືອງພຽງ ແຂວງໄຊຍະບູລີ, ໄດ້ໄຂກອງປະຊຸມສະຫຼຸບຕີລາຄາວຽກງານກວດກາທົ່ວເມືອງພຽງ 5 ປີ (2021-2025) ຢ່າງເປັນທາງການ ໂດຍໄດ້ສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ VIII ຂອງອົງຄະນະພັກແຂວງ ແລະ ມະຕິ IX ຂອງອົງຄະນະພັກເມືອງ ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ເສນ ພັນລັກ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງພຽງ, ສະມາຊິກສະພາປະຊາຊົນແຂວງ.ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳເຫຼັກ ແກ້ວວິໄລພອນ ກຳມະການປະຈຳພັກແຂວງ ປະທານຄະນະກວດກາພັກແຂວງ, ປະທານອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ,ມີສະຫາຍ ທອງໄຊ ລີປະມາ ກຳມະການປະຈຳພັກເມືອງ, ປະທານຄະນະກວດກາພັກເມືອງ, ປະທານອົງການກວດກາລັດເມືອງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ,ມີບັນດາສະຫາຍ ຮອງເລຂາພັກເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ທີມງານຂອງແຂວງ, ເລຂາ-ຮອງເລຂາໜ່ວຍພັກຮາກຖານ, ຮອງເລຂາ-ປະທານກວດກາຄະນະພັກຮາກຖານ, ຮອງເລຂາ-ປະທານຄະນະກວດກາພັກຕາແສງ, , ຜູ້ກວດກາໜ່ວຍພັກຮາກຖານ, ພະນັກງານຫຼັກແຫຼ່ງຄະນະກວດກາພັກເມືອງ, ຫົວໜ້າໜ່ວຍງານກວດກາລັດ ພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ຜູ້ແທນໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ແຕ່ປີ 2021-2025 ແລະ ທິດທາງແຜນການຈຸດສຸມແຕ່ປີ 2026-2030, ພ້ອມທັງຮັບຟັງການເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂ ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ (ເລກທີ 67/ຄບສພ) ແລະ ບົດແນະນຳຂອງຄະນະກວດກາສູນກາງພັກ ເລກທີ 377 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາຂອງພັກ.

ຜ່ານມາ, ວຽກງານກວດກາພາຍໃນເມືອງ ໄດ້ຍາດຜົນສໍາເລັດອັນເປັນພື້ນຖານຫຼາຍດ້ານ ເປັນຕົ້ນແມ່ນ ການຕິດຕາມກວດກາພາຍໃນພັກ, ການຄຸ້ມຄອງບໍລິຫານລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງພະນັກງານ-ສະມາຊິກພັກ ແລະ ປະຊາຊົນ ເຊິ່ງປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມສະຫງົບ ລະບຽບຮຽບຮ້ອຍ ແລະ ການພັດທະນາເສດຖະກິດ-ສັງຄົມຂອງເມືອງ.

ເຖິງຢ່າງໃດກໍ່ຕາມ, ກອງປະຊຸມຍັງໄດ້ເນັ້ນໜັກເຖິງຂໍ້ຄົງຄ້າງ ແລະ ດ້ານອ່ອນທີ່ຕ້ອງຮີບຮ້ອນປັບປຸງແກ້ໄຂ ເຊັ່ນ: ວຽກງານຕິດຕາມກວດກາຍັງບໍ່ທັນເລິກເຊິ່ງ, ການປະຕິບັດໜ້າທີ່ວິຊາສະເພາະຍັງມີລັກສະນະລວມໆ, ພ້ອມທັງຮຽກຮ້ອງໃຫ້ 4 ລັດທິ ແລະ 5 ພະຍາດ ຕ້ອງໄດ້ຮັບການເອົາໃຈໃສ່ແກ້ໄຂຢ່າງເດັດຂາດ. ພ້ອມດຽວກັນນັ້ນ, ຍັງໄດ້ມີການປະກອບຄໍາເຫັນຈາກ 10ກວ່າ ພາກສ່ວນອ້ອມຂ້າງເມືອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນຕໍ່ໜ້າໃຫ້ມີປະສິິດທິຜົນຕື່ມອີກ.

ຕອນທ້າຍຂອງກອງປະຊຸມ, ຍັງມີພິທີມອບ-ຮັບຄອມພິວເຕີ (ໂນດບຸກ) ແລະ ປຣິນເຕີຈຳນວນໜື່ງຊຸດ ລະຫວ່າງພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ຕົວແທນຮັບຜິດຊອບຂອງເມືອງພຽງ, ພ້ອມທັງຮັບຟັງຄໍາເຫັນຊີ້ນໍາ ແລະ ໂອ້ລົມຈາກການນຳຂັ້ນແຂວງ ເພື່ອເປັນທິດທາງໃຫ້ແກ່ຄະນະກວດກາແຕ່ລະຂັ້ນ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ໃຫ້ມີຜົນສຳເລັດສູງຂຶ້ນໃນຊຸມປີຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa