ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ລົງເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະ ຢູ່ເມືອງແກ່ນທ້າວ

ໃນວັນທີ 15 ຕຸລາ 2026 ນີ้້, ທ່ານ ນາງ ວິລະພອນ ທອງພິມ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານວິຊາສະເພາະ ຢູ່ເມືອງແກ່ນທ້າວ.ໂດຍການເປັນກຽດເຂົ້າຮ່ວມຕ້ອນຮັບຂອງ ທ່ານ ຈີນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ທ່ານ ສົມຊາຍ ທໍາມະວົງ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ພ້ອມດ້ວຍຄະນະ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ສົມຊາຍ ທໍາມະວົງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 9 ເດືອນຜ່ານມາ ໂດຍຍົກໃຫ້ເຫັນທັງດ້ານສະດວກ ແລະ ຂໍ້ຫຍຸ້ງຍາກ ຄະນະໂຄສະນາອົບຮົມເມືອງແກ່ນທ້າວ ມີພະນັກງານ-ລັດຖະກອນທັງໝົດ 5 ສະຫາຍ (ຍິງ 1 ສະຫາຍ) ຄະນະໂຄສະນາອົບຮົມເມືອງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດ, ໜ້າທີ່ ໂດຍໄດ້ເອົາໃຈໃສ່ເປັນເສນາທິການໃຫ້ຄະນະພັກ-ອົງການປົກຄອງເມືອງ ໃນການນຳພາສຶກສາອົບຮົມການເມືອງໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໂດຍການຈັດຕັ້ງເຊື່ອມຊືມມະຕິ, ຄຳສັ່ງ ແລະ ຄຳແນະນຳຕ່າງໆ ຂອງພັກ-ລັດ ຢ່າງເປັນປົກກະຕິ, ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງໄຊຍະບູລີ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ ຕິດພັນກັບນິຕິກຳກ່ຽວກັບຕາແສງ ແລະ ການຈັດຕັ້ງບ້ານ ໄດ້ 2 ຊຸດ (ລວມມີ 5 ຈຸດ), ມີຜູ້ເຂົ້າຮ່ວມທັງໝົດ 2,000 ກວ່າຄົນ (ຍິງ 1,260 ກວ່າຄົນ), ໄດ້ເປີດຊຸດອົບຮົມສະໜັບສະໜູນໃຫ້ມະຊົນກ້າວໜ້າ 2 ຄັ້ງ ມີຜູ້ເຂົ້າຮຽນ 32 ສະຫາຍ (ຍິງ 8 ສະຫາຍ), ຈັດພິທີປາຖະກະຖາ ວັນສຳຄັນຕ່າງໆ 8 ຄັ້ງ ມີຜູ້ເຂົ້າຮ່ວມ ເກືອບ 1,000 ຄົນ (ຍິງ 360 ຄົນ), ໄດ້ເປີດຝຶກອົບຮົມວຽກງານຕິດຕາມ ແລະ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ມີຜູ້ເຂົ້າຮ່ວມ 30 ກວ່າທ່ານ ແລະ ໄດ້ເຄື່ອນໄຫວເກັບກຳຂ່າວພິທີການ ແລະ ຂະບວນການຕ່າງໆ ສົ່ງໃຫ້ແຂວງ ແລະ ສູນກາງ 115 ຂ່າວ. ຈາກນັ້ນ, ທີມງານຂັ້ນແຂວງ ແລະ ເມືອງ ໄດ້ສົນທະນາແລກປ່ຽນບົດຮຽນຮ່ວມກັນ ເພື່ອຊອກຫາວິທີທາງປັບປຸງແກ້ໄຂຈຸດອ່ອນຂໍ້ຄ້າງ ແລະ ສືບຕໍ່ພັດທະນາວຽກງານໃຫ້ມີຜົນສຳເລັດສູງຂຶ້ນ.

ຕອນທ້າຍ, ທ່ານ ນາງ ວິລະພອນ ທອງພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້. ພ້ອມທັງໃຫ້ສືບຕໍ່ເປັນເສນາທິການໃຫ້ຄະນະປະຈຳພັກເມືອງ ໃນການຈັດຕັ້ງເຊື່ອມຊືມມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆ ໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ເຂົ້າເຖິງປະຊາຊົນ, ຍົກລະດັບວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຮັດໃຫ້ເປັນວຽກປົກກະຕິ ແລະ ສອດຄ່ອງກັບທຸກຂົງເຂດວຽກງານ. ພ້ອມທັງ, ປັບປຸງວຽກງານປາຖະກະຖາໃຫ້ມີຫຼາກຫຼາຍສີສັນ ເພື່ອປຸກລະດົມຂົນຂວາຍປະຊາຊົນ ປະຕິບັດມະຕິ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນ, ເອົາໃຈໃສ່ຍົກລະດັບວຽກງານຂ່າວສານໃຫ້ສູງຂຶ້ນ, ປັບປຸງຕາໜ່າງຂ່າວໃຫ້ມີເນື້ອໃນອຸດົມສົມບູນ, ວ່ອງໄວ ແລະ ແຫຼມຄົມ ເພື່ອໃຫ້ສົມກັບເປັນກະບອກສຽງຂອງພັກ-ລັດ, ເພີ່ມທະວີການຕິດຕາມ, ເກັບກຳສະພາບແນວຄິດ ແລະ ຫາງສຽງຂອງສັງຄົມ ໃຫ້ວ່ອງໄວ ແລະ ທັນກັບສະພາບການ ເພື່ອຫາວິທີທາງແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໄດ້ທັນກັບສະພາບການ,ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ຄວາມຮັບຜິດຊອບຂອງຄະນະໂຄສະນາອົບຮົມເມືອງ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ຂຶ້ນຕື່ມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa