ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ ມອບອຸປະກອນກໍ່ສ້າງເຮືອນ ໃຫ້ຫ້ອງການແນວລາວສ້າງຊາດແຂວງ ເພື່ອຊ່ວຍເຫຼືອບັນເທົາທຸກ 05ຄອບຄົວທຸກຍາກ ຢູ່ເມືອງພຽງ.

ວັນທີ 15 ຕຸລາ 2026 ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງໄຊຍະບູລີ ໄດ້ຈັດພິທີມອບອຸປະກອນກໍ່ສ້າງເຮືອນ ໃຫ້ແກ່ຫ້ອງການແນວລາວສ້າງຊາດແຂວງໄຊຍະບູລີ ເພື່ອນຳໄປມອບສືບຕໍ່ໃຫ້ແກ່ 05ຄອບຄົວທຸກຍາກ ຊົນເຜົ່າກຶມມຸ (ເຜົ່າຕອງເຫຼືອງ) ທີ່ບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ.

ກິດຈະກຳດັ່ງກ່າວແມ່ນປະຕິບັດຕາມທິດຊີ້ນຳຂອງເຈົ້າແຂວງໄຊຍະບູລີ ສະບັບເລກທີ 1167/ຈຂ.ຊຍ, ລົງວັນທີ 5 ຕຸລາ 2022, ພ້ອມທັງໜັງສືສະເໜີຂອງປະທານແນວລາວສ້າງຊາດແຂວງໄຊຍະບູລີ ແລະ ຜົນການຕົກລົງຂອງຄະນະພະແນກ ຮສສ ແຂວງ ຄັ້ງວັນທີ 24 ສິງຫາ 2026.

ສໍາລັບອຸປະກອນກໍ່ສ້າງເຮືອນທີ່ມອບໃນຄັ້ງນີ້ ປະກອບມີ:

  • ສັງກະສີ 08ຟຸດ ຈໍານວນ180ແຜ່ນ
  • ເຫຼັກຕາປູ:ຈໍານວນ 30ກັບ

ອຸປະກອນທັງໝົດນີ້ ຈະຖືກນຳໄປມອບຕໍ່ໃຫ້ 05ຄອບຄົວເປົ້າໝາຍ ຢູ່ບ້ານໂພນທອງ ເມືອງພຽງ ລວມມີຈຳນວນພົນທັງໝົດ 19ຄົນ (ຍິງ 09ຄົນ) ປະກອບມີ:

  1. ທ້າວ ຄົ່ງ ນຳສະຫວ່າງ (ຈຳນວນພົນ 04ຄົນ, ຍິງ 02ຄົນ): ຮັບສັງກະສີ 40ແຜ່ນ, ເຫຼັກຕາປູ 05ກັບ.
  2. ນາງ ລີ ນຳສະຫວ່າງ (ຈຳນວນພົນ 05ຄົນ, ຍິງ 03ຄົນ): ຮັບສັງກະສີ 40 ແຜ່ນ, ເຫຼັກຕາປູ 10ກັບ.
  3. ນາງ ມີ ນຳສະຫວ່າງ (ຈຳນວນພົນ 03ຄົນ, ຍິງ 02ຄົນ): ຮັບສັງກະສີ 30ແຜ່ນ, ເຫຼັກຕາປູ 05ກັບ.
  4. ທ້າວ ຄູນ ນຳສະຫວ່າງ (ຈຳນວນພົນ 03ຄົນ, ຍິງ 0ຄົນ): ຮັບສັງກະສີ 30ແຜ່ນ, ເຫຼັກຕາປູ 05ກັບ.
  5. ທ້າວ ບຸນໄທ ນຳສະຫວ່າງ (ຈຳນວນພົນ 04ຄົນ, ຍິງ 02ຄົນ): ຮັບສັງກະສີ 40ແຜ່ນ, ເຫຼັກຕາປູ 05ກັບ.

ສໍາລັບມູນຄ່າການຊ່ວຍເຫຼືອຄັ້ງນີ້ລວມເປັນເງີນ16,500,000 ກີບ. ໃຫ້ກຽດມອບໂດຍ ທ່ານນາງ ຄໍາຜິວ ພັນທະວົງ ປະທານແນວລາວສ້າງຊາດແຂວງ ແລະ ຮັບໂດຍທ່ານ ເສນ ພັນລັກເລຂາພັກເມືອງໆພຽງ. ການມອບ-ຮັບອຸປະກອນກໍ່ສ້າງເຮືອນໃນຄັ້ງນີ້ ຖືເປັນການປະກອບສ່ວນອັນສໍາຄັນໃນການຊ່ວຍເຫຼືອປະຊາຊົນຜູ້ດ້ອຍໂອກາດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa