ຄະນະນຳຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທົ່ງມີໄຊ ແຂວງໄຊຍະບູລີ ສືບຕໍ່ ມອບເຄື່ອງໃຫ້ກັບຄອບຄົວທີ່ຍັງບໍ່ທັນພົ້ນທຸກ 4ບ້ານ ຢູ່ພາຍໃນເມືອງ.

ວັນທີ 16 ຕຸລາ 2026 ຄະນະນຳຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທົ່ງມີໄຊ ພ້ອມດວ້ຍພະນັກງານວິຊາການທີ່ກ່ຽວຂ້ອງ ລົງມອບເຄື່ອງໃຫ້ກັບຄອບຄົວທີ່ຍັງບໍ່ທັນພົ້ນທຸກ ຢູ່ພາຍໃນເມືອງ ຈຳນວນ 4ບ້ານຄື: ບ້ານໃຫຍ່, ບ້ານທາດ, ບ້ານນາໜອກ ແລະ ບ້ານ ນາເປືອຍ, ມີຈໍານວນ 4 ຄອບຄົວ. ຊິ່ງນຳໂດຍທ່ານ ທອງລ່ຽນ ຄຳປ້ອງ ກຳມະການພັກເມືອງ ຫົວໜ້າຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງທົ່ງມີໄຊພ້ອມດ້ວຍຄະນະ, ມີອົງການປົກຄອງບ້ານທ່ີ່ກ່ຽວຂ້ອງ ພ້ອມດ້ວຍສະມາຊິກຄອບຄົວທີ່ຍັງບໍ່ທັນພົ້ນທຸກດັ່ງກ່າວ ເຂົ້າຮ່ວມ. ເຊິ່ງການມອບເຄື່ອງໃນຄັ້ງນີ້ ໂດຍປະຕິບັດຕາມ ແຜນດຳເນີນງານຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມປະຈໍາປີ 2026 ກໍ່ຄື ການລົງສໍາຫຼວດເກັບກໍາຂໍ້ມູນຕົວຈິງ ຂອງໜ່ວຍງານ ສົ່ງເສີມ ແລະ ສະຫະກອນ, ພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນໄລຍະຜ່ານມາ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍໃນຊີວິດປະຈຳວັນ ລວມມູນຄ່າ 4ລ້ານກວ່າກີບ.

ໂອກາດດັ່ງກ່າວນີ້ ທ່ານ ທອງລ່ຽນ ຄຳປ້ອງ ກຳມະການພັກເມືອງ ຫົວໜ້າຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງທົ່ງມີໄຊ  ກໍ່ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ແລະ ຄອບຄົວທີ່ຍັງບໍ່ທັນພົ້ນທຸກດັ່ງກ່າວ  ຈົ່ງພ້ອມເພີ່ມຄວາມເອົາໃຈໃສ່ ດຸໝັ່ນຂະຫຍັນພຽນ ເພີ່ມພູນຜະລິດຜົນ ເປັນຕົ້ນແມ່ນການປູກ-ການລ້ຽງ ເພື່ອສ້າງລາຍຮັບໃຫ້ແກ່ ຄອບຄົວໃຫ້ນັບມື້ຫຼາຍຂື້ນ ໃຫ້ກາຍເປັນຄອບຄົວກຸ້ມກິນ , ຄອບຄົວຮັ່ງມີໃນອານາຄົດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa